ຄະນະໂຄສະນາອົບຮົມແຂວງ ຈັດຝືກອົບຮົມໃຫ້ສະມາຊິກພັກໃໝ່ ຊຸດທີ 1 ປີ 2021
ໃນລະຫວ່າງວັນທີ 13-14 ມັງກອນ 2021 ນີ້ ຢູ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ 1 ປີ 2021 ມີວິທະຍາກອນ ແລະ ສໍາມະນາກອນ ມາຈາກຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດຖະນະທຳ ແລະ ທ່ອງທ່ຽວແຂວງ ແລະ ຄະນະພັກຮາກຖານ ວິທະຍາໄລ ເຕັກນິກວິຊາຊີບ ຫຼວງພະບາງ ເຂົ້າຮ່ວມ ທັງໝົດ 24 ສະຫາຍ, ຍິງ 6 ສະຫາຍ.
ໃນພິທີ ສໍາມະນາກອນ ກໍຄືສະມາຊິກພັກໃໝ່ ໄດ້ຮັບຟັງການບັນຍາຍເອກະສານໂດຍສະຫາຍ ທອງຈັນ ພົມມະລັດ ຄະນະພັກ ຜູ້ກວດກາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ບຸນຈັນ ກັນຍາວົງ ຫົວໜ້າຫ້ອງການບໍລິຫານ-ຈັດຕັ້ງ ເອກະສານທີ່ບັນລະຍາຍປະກອບດ້ວຍ ຄວາມຮູ້ພື້ນຖານກ່ຽວກັບ-ລັດທິມາກເລນິນ; ວຽກງານກໍ່ສ້າງພັກ; ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ; ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ການແກ້ໄຂພະຍາດອາດຍາສິດ-ສະກັດກັ້ນຕ້ານການສໍ້ລາດບັງຫຼວງ.
ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານສະເພາະກ່ຽວກັບສະມາຊິກພັກໃໝ່ ເນື້ອໃນເອກະສານແມ່ນແນໃສ່ຍົກລະດັບຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກແຂວງ ໂດຍສະເພາະແມ່ນຄວາມຮູ້ກ່ຽວກັບລັດທິ ມາກ-ເລນິນ ວຽກງານກໍ່ສ້າງແລະປັບປຸງພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ແລະການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ເລິກເຊີ່ງ.
ຕອນທ້າຍ ສໍາມະນາກອນ ໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ທອງຈັນ ພົມມະລັດ ຄະນະພັກ ຜູ້ກວດກາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອເປັນເຂັມຊີ້ທິດເຍື່ອງທາງ ໃຫ້ສໍາມະນາກອນໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະກຳແໜ້ນ ທິດນຳໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ເຮັດໃຫ້ການຈັດຕັ້ງຂອງພັກ ມີຄວາມໜັກແໜ້ນເຂັ້ມແຂງ ສືບຕໍ່ເຮັດໜ້າທີ່ການເມືອງເປັນຢ່າງດີ
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 94 |
![]() | ມື້ວານນີ້ | 96 |
![]() | ອາທິດນີ້ | 540 |
![]() | ເດືອນນີ້ | 2830 |
![]() | ທັງໝົດ | 93503 |