​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຂ່າວ: ພິທີປາຖະກະຖາ 2 ວັນປະຫວັດສາດຂອງພັກ-ຂອງຊາດທີບ້ານ 3 ສ້າງບ້ານນະຄອນ, ກຸ່ມນະຄອນ.

ໃນຕອນເຊົ້າຂອງ ວັນທີ 26 ຕຸລາ 2023 ຢູ່ທີ່ສະໂມສອນບ້ານນະຄອນ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ຈັດຕັ້ງ ພິທີປາຖະກະຖາວັນສ້າງຕັ້ງການທູດລາວ ຄົບຮອບ 70 ປີ, ວັນປະກາດເອກະລາດຄົບຮອບ 78 ປີ. ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ເຊິ່ງມີຄະນະພັກເມືອງ, ຜູ້ຊີ້ນຳບ້ານ, ຫົວໜ້າ ປກສ ກຸ່ມ, ຄະນະອໍານວຍການໂຮງຮຽນມໍຕົ້ນ, ການຈັດຕັ້ງບ້ານທຸກພາກສວນ, ສະມາຊິກພັກ ແລະປະຊາຊົນ ພາຍໃນບ້ານ ນະຄອນເຂົ້າ ມີຈຳນວນພົນເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 31 ທ່ານ.

ປາຖະກະຖາເທື່ອນີ້ ພິເສດແມ່ນໄດ້ອອກທາງໂທລະໂຄ່ງຊຸມຊົນຂອງບ້ານນະຄອນ ເພື່ອເປັນການໂຄສະນາ,ເຜີຍແຜ່ ຫວນຄືນມູນເຊື້ອການຕໍ່ສູ້ບໍ່ຍອມຈໍານົນຂອງປະຊົນລາວບັນດາເຜົ່າ ເຂົ້າໃນພາລະກິດປະຕິວັດຊາດ, ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ສາມາດຍາດເອົາໄຊຊະນະ ແລະ ປະກາດເອກະລາດໃນທົ່ວປະເທດ ໄຊຊະນະແມ່ນໄຊຊະນະຂອງກຳລັງແຫ່ງຄວາມດັ່ງກ່າວແມ່ນໝາກຜົນແຫ່ງການຕໍ່ສູ້ຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າສາມັກຄີເປັນຈິດໜຶ່ງໃຈດ່ຽວກັນຂອງປວງຊົນລາວທັງຊາດ. ພ້ອມທັງເປັນການປຸກລະດົມເສີມຂະຫຍາຍມູນເຊື້ອຮັກຊາດ,ຄວາມສາມັກຄີ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານລັດຖະກອນ, ສະມາຊິກພັກ, ທະຫານ, ຕຳຫຼວດແລະ ປະຊາຊົນລາວບັນດາເຜົ່າໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອັນພິລະອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະສູງສົ່ງ ເພື່ອຊາດ ແລະ ປະຊາຊົນ.

ຂ່າວ: ອ່ອນຈັນ ແກ້ວມະນີພອນ

ບກ: ຄຳຫຼ້າ ໄຊຍະວົງ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254568
ມື້ນີ້ມື້ນີ້0
ມື້ວານນີ້ມື້ວານນີ້545
ອາທິດນີ້ອາທິດນີ້1731
ເດືອນນີ້ເດືອນນີ້1105
ທັງໝົດທັງໝົດ254568