ຕອນເຊົ້າຂອງວັນທີ 14 ພະຈິກ 2023 ຜ່ານມານີ້; ຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ເປີດພິທີອົບຮົມ ໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວຊຸດທີ VIII ປະຈຳປີ 2023 ຢູ່ທີ່ຫ້ອງປະຊຸມກຸ່ມພັກ-ພະນັກງານ ເປັນປະທານເປີດພິທີໂດຍ ສະຫາຍສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງນ້ໍາບາກ ເຊິ່ງມີມະຫາຊົນຜູ້ທີ່ມີຄວາມກ້າວໜ້າມາຈາກໜ່ວຍພັກສຳນັກງານ-ອົງການ, ໜ່ວຍພັກກອງບັນຊາການ ປກສ, ໜ່ວຍພັກໂຮງໝໍ, ໜ່ວຍພັກ ສາທາ, ໜ່ວຍພັກ ມຕ ຊົ່ງຈ່າ, ໜ່ວຍພັກ ມຕ ຫົວນາ, ໜ່ວຍພັກ ມຕ ນໍ້າຖ້ວມ ເຂົ້າຮ່ວມທັງໝົດ 10 ສະຫາຍ, ຍິງ 6 ສະຫາຍ.
ສໍາລັບບົດຮຽນທີ່ອົບຮົມໃນຄັ້ງນີ້ໄດ້ນຳໃຊ້ເອກະສານຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້ເຊິ່ງມີ 13 ຄໍາຖາມ 13 ຄຳຕອບ.
ການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຂອງຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ສິດ ແລະຜົນປະໂຫຍດຂອງສະມາຊິກພັກທີ່ຈະໄດ້ຮັບ ເຮັດໃຫ້ມະຫາຊົນຜູ້ທີ່ກ້າວໜ້າກຳໄດ້ເນື້ອໃນພື້ນຖານ ແລະຫຼັກການລວມຂອງພັກເພື່ອປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາ.
ໃນຕອນທ້າຍ ສະຫາຍ ສົມລົດ ສຸລິຍົງ ປະທານພິທີກໍ່ໄດ້ເນັ້ນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ເຂົ້າຮ່ຳຮຽນເອກະສານໃນຄັ້ງນີ້: ຈົ່ງນໍາເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕົວຈິງທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນຕໍ່ໜ້າ ຈາກນັ້ນ ສະຫາຍ ສົມລົດ ສຸລິຍົງ ກໍ່ໄດ້ມອບໃບຢັ້ງຢືນການອົບຮົມໃຫ້ແກ່ນັກສຳມະນາກອນໄວ້ເປັນຫຼັກຖານ ເພື່ອຕິດຕາມການຂະຫຍາຍເຂົ້າ ພັກສຳຮອງ-ສົມບູນຕໍ່ໄປ ແລະ ໄດ້ກ່າວປິດ ພິທີ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ VIII ປະຈຳປີ 2023 ຢ່າງເປັນທາງການ.
ຂ່າວ: ອ່ອນຈັນ ແກ້ວມະນີພອນ
ບກ ຄອຂ: ຄຳຫຼ້າ ໄຊຍະວົງ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 6 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1737 |
![]() | ເດືອນນີ້ | 1111 |
![]() | ທັງໝົດ | 254574 |