ຂ່າວ ພິທີປິດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຊຸດທີ I ທີ່ເມືອງໂພນໄຊ ແຂວງຫຼວງພະບາງ
ໃນທ້າຍເດືອນ ມັງກອນ 2021ນີ້ ຢູ່ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີປີດການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຊຸດທີ I ທີ່ເມືອງໂພນໄຊໃຫ້ກຽດເປັນປະທານ ໂດຍ: ສະຫາຍ ຄໍາຫຼ້າ ລຽນປຣະດິດ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ, ປະທານຮ່ວມ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນໄຊ, ສະຫາຍ ພູທອນ ຫຼວງວິໄລ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ, ມີຄະນະຮັບຜິດຊອບການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ, ມີກໍາມະການພັກເມືອງ, ຫົວໜ້າ
ຫ້ອງການ, ນັກສຶກສາ ລວມທັງໝົດ 95 ທ່ານ, ຍິງ 12 ທ່ານ, ນັກຮຽນ 65 ທ່ານ, ຍິງ 9 ທ່ານ.ໃນນີ້ໃຫ້ກຽດຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດ ປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ແລະ ຜ່ານຂໍ້ຕົກລົງມອບໃບປະກາດສະນິຍະບັດ ແລະ ໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການຮຽນ-ການສອນທິດສະດີການເມືອງໃນຄັ້ງນີ້ ໂດຍສະຫາຍ ສົມເກດ ອຳພອນສຸກ ຮອງຄະນະຈັດຕັ້ງເມືອງໂພນໄຊ, ໃນນີ້ໃຫ້ກຽດມອບໃບປະກາສະນິຍະບັດໃຫ້ສັກສຶກສາຮຽນຈົບລະບົບຊັ້ນຕົ້ນ 03 ເດືອນຈຳນວນ 65 ທ່ານ ໂດຍ ສະຫາຍ ພູທອນ ຫຼວງວິໄລ ຮອງອຳນວນການໂຮງຮຽນການເມືອງ-ການປົກຄອງແຂວງ ແລະ
ມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບ-ຄູອາຈານ ແລະ ນັກສຶກສາຜູ້ທີ່ໄດ້ຄະແນນຫຼາຍ ແລະ ໄດ້ເກຣດດີ ໂດຍສະຫາຍທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນໄຊ.
ໃຫ້ກຽດຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ-ກາປົກຄອງລະບົບຊັ້ນຕົ້ນ 03 ຊຸດທີ I ທີ່ເມືອງໂພນໄຊ ໂດຍສະຫາຍ ພອນປະດິດ ສຸເດດຊານໄຊ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ.
ໃນຕອນທ້າຍນີ້ ສະຫາຍ ຄຳຫຼ້າ ລຽນປຣະດິດ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ກໍ່ໄດ້ໃຫ້ຄໍາໂອ້ລົມຕໍ່ນັກສຶກສາທີ່ຮຽນຈົບທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນນີ້ ໃຫ້ນຳເອົາບົດຮຽນໃນໄລຍະ 3 ເດືອນຜ່ານມານີ້ສຶກສາຄົ້ນຄ້ວາຕື່ມອີກ ເພື່ອໃຫ້ກຳແໜ້ນເນື້ອບົດຮຽນ ພັດທະນາປັບປຸງຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ສາມາດນຳໄປຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານໃນຫ້ອງການ, ກົມກອງຂອງຕົນໃຫ້ມີປະສິດທິດພາບ ແລະ ປະສິດທິຜົນສູງ, ສາມາດນຳພາ-ຊີ້ນຳວຽກງານໃນແຕ່ລະຂົງເຂດຕ່າງໆໄດ້ດີ ແລະ ເປັນພະນັກງານສືບທອດປ່ຽນເເທນໃນໄລຍະໃໝ່.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 78 |
![]() | ມື້ວານນີ້ | 234 |
![]() | ອາທິດນີ້ | 536 |
![]() | ເດືອນນີ້ | 568 |
![]() | ທັງໝົດ | 94150 |