​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຂ່າວ ພິທີປາຖະກະຖາ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ປະຈໍາປີ 2023

ໃນ​ຕອນ​ເຊົ້າ ເວລາ 8:00ໂມງ​ນາ​ທີ ຂອງວັນ​ທີ 3 ຕຸ​ລາ 2023 ທີ່​ຫໍ​ປະ​ຊຸມ​ໃຫ່​ຍ​ຂອງ​ເມືອງ​ໂພນ​ໄຊ ໄດ້ຈັດ ພິ​ທີ ​ປາ​ຖະ​ກະ​ສາ ວັນ​ຄົນ​ພິ​ການ​ແຫ່ງ​ຊາດ ແລະ ວັນ​ສາ​ກົນ​ຜູ້​ອາ​ຍຸ​ສູງ ປະ​ຈໍ​າປີ 2023 ໃນ​ນີ້ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ ໂດຍ​ສະ​ຫາຍ ຊາຍ​ພອນ ສຸ​ອຸ​ໄທ ຮອງ​ເລ​ຂາ​ພັກ​ເມືອງ ປະ​ທານກວດ​ກາ​ພັກ-ລັດ​ເມືອງ ສະ​ມາ​ຊິກ​ປະ​ຊາ​ຊົນ​ແຂວງ, ​ມີ​ສະ​ຫາຍຄະ​ນະ​ປະ​ຈຳ​ພັກ​ເມືອງ, ​ກຳ​ມະ​ການ​ພັກ​ເມືອງ, ກອງ​ບັນ​ຊາ​ການ​ ປກສ - ປກ​ຊ, ຫົວ​ໜ້າ​-ຮອງ​ຫ້ອງ​ການ, ອາ​ດິດ​ການ​ນໍ​າ​ເມືອງ, ພະ​ນັກ​ງານ​ບໍ​າ​ນານ, ພະ​ນັກ​ງານ​ເສຍ​ອົງ​ຄະ, ຜູ້​ຊົງ​ຄຸນ​ວຸດ​ທິ ມີ​ຜູ້ເຂົ້າ​ຮ່ວມທັງ​ໝົດ 97 ທ່ານ, ຍິງ ​15 ທ່ານ.

ໃນ​ພິ​ທີປາ​ຖະ​ກະ​ຖາ ປະ​ທານ​ໄດ້​ຂື້ນ​ເລົ່າ​​ຫວນ​ຄືນມູນ​ເຊື້ອ​ວັນ​ຄົນ​ພິ​ການ​ແຫ່ງ​ຊາດ ແລະ ວັນ​ສາ​ກົນ​ຜູ້​ອາ​ຍຸ​ສູງ ປະ​ທານ​ໄດ້​ຍົກ​ໃຫ້​ເຫັນຄວາມ​ໝາຍ​ແລະ​ຄວາມ​ສໍ​ສາ​ຄັນ​ໃນ​ການ​ສືບ​ຕໍ່​ປູກ​ຈິດ​ສໍ​ສາ​ສຶກ​ລະ​ດົມ​ແນວ​ຄິດ​ໃຫ້​ທຸກໆ​ຄົນ​ໃນ​ສັງ​ຄົມ ໂດຍ​ສະ​ເພາະ​ແມ່ນ​ຄົນຫຼຸ້ນ​ໜຸ່ມ​ໃຫ້​ໄດ້​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ແລະ​ຮໍ່​າ​ຮຽນ​ເອົາ​ຜົນ​ງານ​ຄວາມ​ດີ​ຂອງ​ບັນ​ພະ​ບູ​ລຸດ​ຂອງ​ຮຸ້ນ​ອາ​ວຸ​ໂສ, ພະ​ນັກ​ງານ​ບໍ​າ​ນານ, ຜູ້​ອາ​ຍຸ​ສູງ, ຜູ້​ພິ​ກາ​ນ-ເສຍ​ອົງ​ຄະທີ່​ໄດ້​ເສຍ​ສະຫຼະ​ອຸ​ທິ​ຕົນ​ເພື່ອ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ມາ​ຮອດ​ປະ​ຈຸ​ບັນ​ນີ້, ສຸດ​ທ້າຍ​ນີ້​ ປະ​ທານ​ຍັງ​ໄດ້​ມີ​ຄໍ​າ​ເຫັນ​ຊີ້​ນໍ​າ ​ຄື :

1/. ​ເພີມ​ທະ​ວີ​ໃນ​ການ​ຕິດ​ຕາມ​ເກັບ​ກໍ​ກາສະ​ພາບ​ຫາງ​ສຽງ​ສັງ​ຄົມ, ຍົກ​ສູງ​ສະ​ຕິ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຄຸ້ມ​ຄອງ​ຊີ້​ນໍ​າ-ນໍ​າ​ພາໃນ​ການ​ຊີ້​ແຈງ​ການໃສ່​ກົນ​ອຸ​ບາຍຫຼອກ​ລວງ, ຖ້ວຍ​ທໍ​າ​ນອງ​ໃນ​ການ​ໂຄ​ສະ​ນາ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ພວກ​ສັດ​ຕູ ​ທີ​ບໍ່​ຫວັງ​ດີ​ຕໍ່​ພັກ-ລັດ ຕ້ອງ​ມີ​ການ​ຄົ້ນຄວ້າ​, ວິ​ເຄາະ​, ວິ​ໄຈ​ ບັນ​ຫາປະ​ກົດ​ການ​ຫ​ຍໍ້​ທໍ້ຕ່າງໆພາຍ​ໃນ​ເມືອງເພື່ອ​ແກ້​ໄຂ​ໃຫ້​ທັນ​ກັບ​ເວ​ລາ.

2/. ສືບ​ຕໍ່​ເພີມ​ທະ​ວີ​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ ໃຫ້​ຖື​ເອົາ​ວຽກ​ງານ​ການ​ເມືອງ​ແນວ​ຄິດ​ເປັນ​ວຽກຫຼັກ​ ຮຽກ​ຮ້ອງ​ມາ​ຍັງ​ບັນ​ດາ​ສະ​ຫາຍ​ຄະ​ນະ​ພັກ, ຫົວ​ໜ້າ​ຫ້ອງ​ການ ສືບ​ຕໍ່​ເອົາ​ວຽກ​ງານ​ດັ່ງ​ກ້າວ​ນີ້​ລົງ​ໄປ​ຜັນ​ຂະ​ຫ​ຍາຍ​ເຊື່ອມ​ຊືມ​ໃຫ້​ເປັນ​ປົກ​ກະ​ຕິ​ເພື່ອ​ລຸດ​ຜ່ອນ​ບໍ່​ໃຫ້​ເກີດ​ປະ​ກົດ​ການ​ຫ​ຍໍ້​ທໍ້​ຫາງ​ສຽງ​ສັງ​ຄົມ​ທີ່​ຈະ​ເກີດ​ຂື້ນ​ຢູ່​ໃນ​ໜ່ວຍ​ພັກ ຢູ່​ໃນ​ກົມ​ກອງ​ຂອງ​ຕົນ ເວົ້າ​ແທ້​ເສດ​ຖະ​ກິດ​ປະ​ຈຸ​ບັນ​ນີ້​ມີ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ ມີ​ອ້າຍ​ນ້ອງ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ຈໍ​າ​ນວນ​ໜື່ງ​ໄດ້​ປະ​ລະ​ໜ້າ​ທີ​ການ​ເມືອງ​ທີ່​ຂັ້ນ​ເທິງ​ໄດ້​ມອບ​ໝາຍ​ໃຫ້ ​ໄປ​ທໍ​າ​ທຸ​ລະ​ກິດ, ໄປ​ຄ້າ​ໄປ​ຂາຍ, ໄປ​ປູກ​ໄປ​ລ້ຽງ ຊອກ​ຢູ່​ຫາ​ກິນ​ລ້ຽງ​ຄອບ​ຄົວ.

3/. ​ຈາກ​ນັ້ນ​ກໍ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ໃນ​ການ​ກໍ່​ສ້າງ​ປັບ​ປຸງ​ພັກ ໂດຍ​ສະ​ເພາະ​ກໍ່​ແມ່ນ​ບັນ​ດາ​ການ​ຈັດ​ຕັ້ງ​ຄະ​ນະ​ຮາກ​ຖານ​ພັກ​ແຕ່​ລະ​ບ່ອນ​ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ທີ​ສາ​ມາດ​ເປັນ​ແບບ​ຢ່າງ​ທີ່​ດີ, ບໍ່​ວ່າ​ຈະ​ເປັນ​ສະ​ມາ​ຊິກ​ພັກ ຫຼື ເລ​ຂາ​ພັກ​ບ້ານ ຕ້ອງ​ມີ​ຄວາມ​ເດັ່ດ​ດ່ຽວ ​ຕ້ານ, ແກ້​ໄຂ​ປະ​ກົດ​ການ​ຫ​ຍໍ້​ທໍ້​ທີ່​ຈະ​ເກີດ​ຂື້ນ​ຢູ່​ໃນຮາກ​ຖານ​ບ້ານ, ​ຖັນແຖວ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ຂອງ​ພວດ​ເຮົາ​ທີ່​ສວຍ​ໃຊ້​ໜ້າ​ທີ່​ຕໍ​າ​ແໜ່ງ​ໄປ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254573
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້545
ອາທິດນີ້ອາທິດນີ້1736
ເດືອນນີ້ເດືອນນີ້1110
ທັງໝົດທັງໝົດ254573