ຂ່າວ ຄະນະໂຄສະນາອົບຮົມ ເມືອງວຽງຄຳ ແຂວງຫຼວງພະບາງ
ເຄືອນໄຫວອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ຢູ່ຮາກຖານບ້ານພາຍໃນ
ໃນລະຫວ່າງວັນທີ 22-23 ມັງກອນ ປີ 2021 ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງວຽງຄຳ ແຂວງຫຼວງພະບາງ ລົງເຄື່ອນໄຫວ ອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໃຫ້ມະຫາຊົນຜູ້ມີຄວາມກ້າວໜ້າ ປະຈຳງວດ 1 ປີ 2021 ຢູ່ຮາກຖານບ້ານພາຍໃນ 4 ກຸ່ມພັດທະນາຄື: ກຸ່ມພັດທະນາມົກຄະ, ກຸ່ມພັດທະນາພູສະນາມ, ກຸ່ມພັດທະນາເມືອງໝ້ວຍ ແລະ ກຸ່ມພດທະນາສົບເຮືອງ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມບ້ານຈຸດສຸມພາຍໃນແຕ່ກຸ່ມບ້ານພັດທະນາ ໂດຍພາຍໃຕ້ການນຳພາ ພ້ອມທັງໃຫ້ກຽດຂຶ້ນບັນຍາຍເອກະສານຂອງ ສະຫາຍ ນາງ ບຸນເລື່ອມ ແກ້ວດວງຈິດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາສະຫາຍເລຂາ, ຮອງເລຂາພັກບ້ານ, ຄະນະບ້ານ ຕະຫຼອດຮອດມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຈຳນວນ 51 ສະຫາຍ, ຍິງ 8 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ນາງ ບຸນເລື່ອມ ແກ້ວດວງຈິດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ຂຶ້ນບັນຍາຍເອກະສານ ຕາມເນື້ອໃນ 11 ຄຳຖາມ 11 ຄຳຕອບ ເພື່ອສ້າງຄວາມຮັບຮູ້ພື້ນຖານໃຫ້ມະຫາຊົນຜູ້ມີຄວາມກ້າວໜ້າ ເປັນຕົ້ນແມ່ນ ປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ພັນທະ ແລະ ຜົນປະໂຫຍດຂອງສະມາຊິກພັກ; ເຮັດໃຫ້ມະຫາຊົນຜູ້ກ້າວໜ້າຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ ພ້ອມນັ້ນ, ຍັງໄດ້ຍົກເອົາບາງຄຳຖາມບາງຄຳຕອບຂຶ້ນມາ ສົນທະນາແລກປ່ຽນບົດຮຽນ, ຄຳຄິດ ຄຳເຫັນ, ອະທິບາຍ, ຊີ້ແຈ້ງ ແລະ ຍົກຕົວຢ່າງເພີ່ມເຕີມ ເພື່ອເຂົ້າໃຈກະຈ້າງແຈ້ງຂຶ້ນຕື່ມອີກ.
ໃນຕອນທ້າຍພິທີ ສະຫາຍ ນາງ ບຸນເລື່ອມ ແກ້ວດວງຈິດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ຮຽງຮອງໃຫ້ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຈົ່ງນຳເອົາເນື້ອໃນຈິດໃຈບົດຮຽນໃນຄັ້ງນີ້ໄປຈັດຕັ້ງປະຕິບັດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ທັງເປັນແບຢ່າງນຳໜ້າໃນໜູ່ມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້ ແລະ ກ້າວເຂົ້າເປັນສະມາຊິກພັກທີ່ດີໃນຕໍ່ໜ້າ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 114 |
![]() | ມື້ວານນີ້ | 211 |
![]() | ອາທິດນີ້ | 427 |
![]() | ເດືອນນີ້ | 2337 |
![]() | ທັງໝົດ | 100609 |