​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ອົງການປົກຄອງເມືອງວຽງຄໍາ ປາຖະກະຖາວັນປະກາດເອກະລາດຄົບຮອບ 78 ປີ

ວັນທີ 19 ຕຸລາ 2023 ນີ້ ທີ່ສະໂມສອນ ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 78 ປີ ໂດຍການເຂົ້າຮ່ວມ ຂອງທ່ານ ທະລາກອນ ບໍລະວົງ ຮອງເລຂາພັກເມືອງ, ມີກໍາມະການປະຈໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ພິທີ ທ່ານ ທະລາກອນ ບໍລະວົງ ຮອງເລຂາພັກເມືອງ ໃຫ້ກຽດປາຖະກະຖາ ເລົ່າມູນເຊຶ້ອປະຫວັດຄວາມເປັນມາ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດຕ່າງດ້າວ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກ ຈົນໄດ້ຮັບໄຊຊະຊະນະ ແລະ ປະກາດເອກະລາດ ໃນວັນທີ 12 ຕຸລາ ປີ 1945 ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກຽ່ວກັບຄວາມເປັນຊາດລາວ, ກໍຄືຮັບຮູ້ອະທິປະໄຕ ເຂດນໍ້າແດນດິນຂອງປະເທດລາວ; ພ້ອມກັນນັ້ນກໍຮັບຮູ້ລັດຖະບານຊົ່ວຄາວຂອງລາວ, ມີອິດສະລະພາບ, ເປັນເຈົ້າຊາຕາກຳຂອງຕົນເອງ, ມີການພັດທະນາຕົນ ເພື່ອຄວາມຢູ່ດີກີນດີ ແລະ ຄວາມຈະເລີນວັດທະນາ. ການປະຖະກະຖາຄັ້ງນີ້ ໄດ້ເຮັດໃຫ້ ພະນັກງານ-ລັດຖະກອນ, ນັກຮົບ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ເຂົ້າໃຈ, ກໍາແໜ້ນ, ຮໍ່າຮຽນເອົາແບບຢ່າງທີ່ດີ, ມີນໍ້າໃຈຮັກຊາດ, ທັດສະນະຫຼັກໝັ້ນ, ເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ, ຈັດຕັ້ງຜັນຂະຫຍາຍມູນເຊື້ອອັນດີງາມ ຂອງການຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຂອງນັກຮົບປະຕິວັດ ຕິດພັນກັບການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສ້າງພັດທະນາປະເທດຊາດຕື່ມອີກ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254574
ມື້ນີ້ມື້ນີ້6
ມື້ວານນີ້ມື້ວານນີ້545
ອາທິດນີ້ອາທິດນີ້1737
ເດືອນນີ້ເດືອນນີ້1111
ທັງໝົດທັງໝົດ254574