ໃນວັນທີ່ 30-31 (ກໍລະກົດ) 2020 ຜ່ານມານີ້ ຢູ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ອົບຮົມສະມາຊິກພັກໃໝ່ ຊຸດທີ VI ປີ 2020 ຂື້ນຢ່າງເປັນທາງການ ໂດຍເປັນປະທານຂອງ ສະຫາຍ ທອງຈັນ ພົມມະລັດ ຜູ້ກວດກາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ແລະ ສໍາມະນາກອນ ຈາກໜ່ວຍພັກວິທະຍາໄລກະສິກຳ ແລະ ປ່າໄມ້; ໜ່ວຍພັກສະຫະພັນກຳມະບານແຂວງ; ໜ່ວຍພັກອົງການກວດ
ສອບປະຈຳພາກເໜືອ; ສານປະຊາຊົນພາກເໜືອ; ຄະນະພັກຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ; ຄະນະພັກຮາກຖານພະແນກການເງິນແຂວງ; ຄະນະພັກພະແນກສາທາລະນະສຸກແຂວງ ເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 20 ສະຫາຍ.
ການຝືກອົບຮົມຄັ້ງນີ້ ກໍເພື່ອແນ່ໃສ່ເຊື່ອມຊຶມເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກປະຊາຊົນະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ສໍາມະນາກອນ ຍັງໄດ້ຮຽນຮູ້ເອກະສານທັງ 5 ບົດຂອງພັກຄື: ຄວາມຮູ້ພື້ນຖານກ່ຽວກັບ-ລັດທິມາກເລນິນ; ວຽກງານກໍ່ສ້າງພັກ; ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ; ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ.
ໃນພິທີ ໄດ້ຮັບຟັງການບັນຍາຍເອກະສານຈາກສະຫາຍ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ ຮອງເລຂາໜ່ວຍພັກ ຮອງຄະນະໂຄສະນາອົບຮົມແຂວງ, ສະຫາຍ ທອງຈັນ ພົມມະລັດ ຄະນະພັກ ຜູ້ກວດກາໜ່ວຍພັກ ຮອງຄະນະໂຄສະນາອົບຮົມແຂວງ, ສະຫາຍ ບຸນຈັນ ກັນຍາວົງ ຫົວໜ້າຫ້ອງການບໍລິຫານ-ຈັດຕັ້ງ.
ໂອກາດດັ່ງກ່າວນີ້ສະຫາຍ ຄຳຫຼ້າ ລຽນປະດິດ ຄະນະປະຈຳພັກແຂວງ; ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວວ່າ: ເນື້ອໃນດັ່ງກ່າວລ້ວນແຕ່ມີຄວາມສໍາຄັນ ເພື່ອເປັນເຂັມຊີ້ທິດເຍື່ອງທາງໃຫ້ ບັນດາສໍາມະນາກອນໄດ້ຮັບຮູ້,ເຂົ້າໃຈຢ່າງເລິກເຊິງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນ,ເຮັດໃຫ້ສະມາຊິກພັກມີຄວາມໜັກແໜ້ນເຂັ້ມແຂງ,ສືບຕໍ່ເຮັດໜ້າທີ່ການເມືອງເປັນຢ່າງດີ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 101 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 302 |
![]() | ເດືອນນີ້ | 2950 |
![]() | ທັງໝົດ | 90166 |