ຄະນະໂຄສະນາອົບຮົມແຂວງ
ຈັດພິທີ ຝືກອົບຮົມໃຫ້ສະມາຊິກພັກໃໝ່ ຊຸດທີ VII ປະຈຳປີ 2020
ໃນທ້າຍເດືອນ ພະຈິກ ຜ່ານມານີ້; ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດອົບຮົມໃຫ້ ແກ່ສະມາຊິກພັກໃໝ່ ຊຸດທີ່ VII ປະຈຳປີ 2020 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ແລະ ສຳມະນາກອນມາຈາກຮາກຖານພັກ; ພະແນກໂຍທາທິການ ແລະ ກິກລາແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ລັດວິສາຫະກິດນ້ຳປະປາ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 11 ສະຫາຍ.
ໃນພິທີ ບັນດາສະຫາຍສະມາຊິກພັກໃໝ່ໄດ້ຮັບຟັງການບັນຍາຍເອກະສານໂດຍສະຫາຍ ສົມມາລິ ຄຳເກັ່ງ ກຳມະການພັກແຂວງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບຸນຈັນ ກັນຍາວົງ ຫົວໜ້າບໍລິຫານ ແລະ ຈັດຕັ້ງ. ເອກະສານທີ່ບັນລະຍາຍປະກອບດ້ວຍ: (ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ), (ວຽກງານກໍ່ສ້າງ ແລະ ປັບປຸງພັກ), (ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ), (ເຊີດຊູຄວາມເປັນແບບຢ່າງ ຂອງສະມາຊິກພັກ), (ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນການຕ້ານການສໍ້ລາດບັງຫຼວງ).
ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານສະເພາະກ່ຽວກັບ ສະມາຊິກພັກໃໝ່ເນື້ອໃນ ຂອງເອກະສານແມ່ນແນໃສ່ຍົກລະດັບຄວາມຮັບຮູ້-ຄວາມເຂົ້າໃຈກ່ຽວກັບມະຕິກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກ ແຂວງ; ໂດຍສະເພາະແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກກໍ່ສ້າງປັບປຸງພັກ ແລະ ການແກ້ ໄຂພະຍາດຕ່າງໆພາຍໃນພັກ.
ໃນຕອນທ້າຍພິທີໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ຄຳຫຼ້າ ລຽນປະດິດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ສຳມະນາກອນຍຶດໝັ້ນທິດສະດີມາກ-ເລນິນ ແນວຄິດປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ, ແບບແຜນການດຳລົງຊີວິດ ແລະ ເຮັດວຽກລວມສູນປະຊາທິປະໄຕ; ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ; ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວໃຫ້ກວ້າງຂວາງ ເລິກເຊິ່ງ ແທດເໝາະກັບສະພາບຄວາມເປັນຈິງ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ມີຄວາມສາມັກຄີໜັກແໜ້ນ ໂດຍຍຶດໝັ້ນໃນລັກການ ຂອບເຂດປ່ຽນແປງໃໝ່ ຮອບດ້ານ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 109 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 310 |
![]() | ເດືອນນີ້ | 2958 |
![]() | ທັງໝົດ | 90174 |