ພິທີ ເປີດ-ປິດຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ VIII
ໃນວັນທີ່ 10-11 ທັນວາ ຜ່ານມານີ້; ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດອົບຮົມໃຫ້ ແກ່ສະມາຊິກພັກໃໝ່, ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ຄຳຫຼ້າລຽນປະດິດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ແລະ ສຳມະນາກອນມາຈາກຮາກຖານພັກ ແລະ ໜ່ວຍພັກອ້ອມຂ້າງແຂວງ, ລັດວິສາຫະກິດນ້ຳມັນເຊື້ອໄຟ, ອົງການໄອຍະການປະຊາຊົນພາກເໜືອ, ສະຖາບັນຍຸຕິທຳພາກເໜືອ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຮງຮຽນການເມືອງການປົກຄອງ, ພະແນກສາທາລະນະສຸກແຂວງ, ວິທະຍາໄລເຕັກນິກ-ວິຊາຊີບ, ທະນາຄານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 10 ສະຫາຍ.
ໃນພິທີ ບັນດາສະຫາຍສະມາຊິກພັກໃໝ່ໄດ້ຮັບຟັງການບັນຍາຍເອກະສານໂດຍສະຫາຍ ສົມມະລີ ຄຳເກັ່ງ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, , ສະຫາຍ ທອງຈັນ ພົມມະລັດ ຄະນະພັກ ຜູ້ກວດກາໜ່ວຍພັກ ຮອງຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ບຸນຈັນ ກັນຍາວົງ ຫົວໜ້າບໍລິຫານ ແລະ ຈັດຕັ້ງ. ເອກະສານທີ່ບັນລະຍາຍປະກອບດ້ວຍ: (ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ), (ວຽກງານກໍ່ສ້າງ ແລະ ປັບປຸງພັກ), (ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ), (ເຊີດຊູຄວາມເປັນແບບຢ່າງ ຂອງສະມາຊິກພັກ), (ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນການຕ້ານການສໍ້ລາດບັງຫຼວງ).
ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານສະເພາະກ່ຽວກັບ ສະມາຊິກພັກໃໝ່ເນື້ອໃນ ຂອງເອກະສານແມ່ນແນໃສ່ຍົກລະດັບຄວາມຮັບຮູ້-ຄວາມເຂົ້າໃຈກ່ຽວກັບມະຕິກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກ ແຂວງ; ໂດຍສະເພາະແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກກໍ່ສ້າງປັບປຸງພັກ ແລະ ການແກ້ ໄຂພະຍາດຕ່າງໆພາຍໃນພັກ.
ໃນຕອນທ້າຍພິທີໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ທອງຈັນ ພົມມະລັດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ສຳມະນາກອນຍຶດໝັ້ນທິດສະດີມາກ-ເລນິນ ແນວຄິດປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ, ແບບແຜນການດຳລົງຊີວິດ ແລະ ເຮັດວຽກລວມສູນປະຊາທິປະໄຕ; ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ; ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວໃຫ້ກວ້າງຂວາງ ເລິກເຊິ່ງ ແທດເໝາະກັບສະພາບຄວາມເປັນຈິງ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ມີຄວາມສາມັກຄີໜັກແໜ້ນ ໂດຍຍຶດໝັ້ນໃນລັກການ ຂອບເຂດປ່ຽນແປງໃໝ່ ຮອບດ້ານ.
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 104 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 305 |
![]() | ເດືອນນີ້ | 2953 |
![]() | ທັງໝົດ | 90169 |