ມອບ-ຮັບ ຫົວຫນ້າຄະນະໂຄສະນາອົບຮົມແຂວງຜູ້ໃຫມ່
ພິທີມອບ-ຮັບ ຫົວຫນ້າຄະນະໂຄສະນາອົບຮົມແແຂວງຫລວງພະບາງ ລະຫວ່າງ ທ່ານ ຄຳຫຼ້າລຽນປະດິດ ຄະນະປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ VI ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ທ່ານ ມອນໄຊ ລາວມົວຊົ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2020 ນີ້ຢູ່ຫ້ອງປະຊຸມ ພະແນກແຮງງານ ສະຫວັດດີການ-ສັງຄົມແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາຂັນ ຈັນທະວີສຸກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫລວງພະບາງ.
ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນມະຕິຕົກລົງຂອງຄະນະປະຈຳພັກແຂວງ ຫຼວງພະບາງ ວ່າດ້ວຍການ ແຕ່ງຕັ້ງຫົວຫນ້າຄະນະໂຄສະນາອົບຮົມແຂວງຫລວງພະບາງ ສະບັບເລກທີ 349/ຄປພຂ-ຫຼບ ລົງວັນທີ 7 ທັນວາ 2020 ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ມອນໄຊ ລາວມົວຊົ່ງ ຄະນະປະຈໍາພັກແຂວງ ເປັນຫົວຫນ້າຄະນະໂຄສະນາອົບຮົມແຂວງ ຜູ້ໃຫມ່ ຈາກນັ້ນ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃຫມ່ ໄດ້ພ້ອມກັນລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພະຍານ.
ຕອນທ້າຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ກໍໄດ້ມີຄຳເຫັນໂດຍເນັ້ນໃຫ້ຫົວໜ້າຜູ້ໃໝ່ສືບຕໍ່ຮັກສາມູນເຊື້ອ ເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ, ຕິດພັນກັບການປັບປຸງ ແລະ ສືບຕໍ່ຈັດຕັ້ງປະບັດວຽກງານບັນດາອົງການຈັດຕັ້ງ ພັກ-ລັດ ມອບຫມາຍໃຫ້ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 109 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 310 |
![]() | ເດືອນນີ້ | 2958 |
![]() | ທັງໝົດ | 90174 |