ພິທິປິດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຂອງຄະນະໂຄສະນາອົບຮົມເມືອງໂພນໄຊ ຊຸດທີ 1
ໃນຕອນເຊົ້າຂອງວັນທີ່ 24 ທັນວາ 2020 ຢູ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຂອງຄະນະໂຄສະນາອົບຮົມ ເມືອງໂພນໄຊ ຊຸດທີ 1 ຂື້ນຢ່າງເປັນທາງການ, ໂດຍເປັນປະທານ ຂອງສະຫາຍ ມອນໄຊ ລາວມົວຊົ່ງ ຄະນະປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ສະຫາຍ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໂພນໄຊ ແລະ ສະຫາຍ ນາງ ແສງຕານ ແກ້ວອີນດາປິງ ຫົວໜ້າກົມຄົ້ນຄ້ວາສັງລວມ ຄະນະໂຄສະນາອົບຮົມ ສູນກາງພັກ ເຂົ້າຮ່ວມມີຄູຝືກຈາກຄະນະໂຄສະນາອົບຮົມສູນກາງ ແລະ ແຂວງ,ມີຫົວໜ້າຫ້ອງການ,ຮອງຫ້ອງການຕະຫຼອດຮອດນັກສໍາມະນາກອນ 35 ທ່ານ,ຍິງ 2 ທ່ານ.
ເຊິງຢູ່ໃນພິທີດັ່ງກ່າວ ສະຫາຍ ສົມເກດ ອໍາພອນສຸກ ຕ່າງໜ້າໃຫ້ແກ່ນັກສໍາມະນາກອນ ເປັນກຽດຂື້ນຜ່ານບົດລາຍງານຫຍໍ້ໃນການຈັດຕັ້ງປະຕິບັດໃນໄລຍະ3 ວັນເຕັມ ມັນສະແດງໃຫ້ເຫັນວ່ານັກສໍາມະນາກອນແຕ່ລະທ່ານໄດ້ເອົາໃຈໃສ່ຕໍ່ການຄົ້ນຄວ້າບົດຮຽນທີ່ຄູຝືກໄດ້ຂື້ນບັນລະຍາຍບົດຮຽນແຕ່ລະບົດຢ່າງຕັ້ງໜ້າ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງເປັນຂະບວນຟົດຟື້ນສາມາດຖອນຖອດເອົາບົດຮຽນ,ທິດສະດີມາສົມທຽບກັບພຶດຕິກໍາຕົວຈິງມີຄວາມຮັບຮູ້ເຂົ້າໃຈບົດຮຽນ ແລະ ສາມາດທີ່ຈະນໍາເອົາບົດຮຽນໄປໜູນໃຊ້ເຂົ້າໃນວຽກງານຕົວຈີງ ເຊິ່ງສາມາດຕີລາຄາຄວາມຮັບຮູ້ຂອງນັກສໍາມະນາກອນໄດ້ 95 ສ່ວນຮ້ອຍຂອງບົດຮຽນທີ່ນໍາມາສອນໃນຄັ້ງນີ້ທັງໜົດມີ 4 ບົດຄື ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ,ວີທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ,ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມໂດຍສະເພາະແມ່ນຫຼັກການ ແລະ ທິດນໍາໃນການເຮັດວຽກງານຫາງສຽງສັງຄົມທີ່ມີຄວາມໜາຍຄວາມສໍາຄັນເຮັດວຽກງານເກັບກໍາຫາງສຽງສັງຄົມ,ມາດຖານ ແລະ ຄຸນທາດຂອງຜູ້ເຮັດວຽກເກັບກໍາຫາງສຽງຂອງສັງຄົມຕໍ່ກັບວຽກງານການເມືອງ-ແນວຄິດ ແລະ ສາມາດເປັນເສນາທິການຊ່ວຍຄະນະພັກ,ຄະນະນໍາໃນການຕິດຕາມເກັບກໍາຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ,ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ ມີຄວາມສໍາຄັນຕໍ່ການນໍາພາ,ການຄຸ້ມຄອງ ແລະ ການຕັດສີນບັນຫາຕ່າງໆຂອງຄະນະພັກ-ຄະນະນໍາ ໃນຂະບວນວິວັດຂອງການນໍາພາ ການອອກມະຕິຂອງຄະນະພັກ-ຄະນະນໍາຂັ້ນຕ່າງໆໃຫ້ຖືກຕ້ອງຄວາມເປັນຈິງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນບັນດາເຜົ່າ ຕ້ອງເອົາໃຈໃສ່ໃນການການຕິດຕາມ,ເກັບກໍາສະພາບແນວຄິດ,ຈິດຕະສາດ,ຄວາມຄິດເຫັນ,ຄວາມຮຽກຮ້ອງຕ້ອງການບັນດາຊັ້ນຄົນຢູ່ໃນສັງຄົມ ພ້ອມກັນນັ້ນຄະນະປະທານເປັນກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ນັກສໍາມະກອນທີ່ສໍາເລັດຝືກອົບຮົມໃນຄັ້ງນີ້ ຂື້ນຮັບເອົາໂດຍແມ່ນນັກສໍາມະກອນແຕ່ລະທ່ານ ຢ່າງສົມກຽດ!
ມີ 31 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 299 |
![]() | ເດືອນນີ້ | 2947 |
![]() | ທັງໝົດ | 90163 |