ວັນທີ 29 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມເມືອງຈອມເພັດ ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຈອມເພັດ ການນຳພາຂອງ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວັນໄຊ ບົວລະພັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ແລະ ບັນພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ພິທີ ທ່ານ ວັນໄຊ ບົວລະພັນ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ກໍ່ຄື ວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ຈາກນັ້ນ ໄດ້ມີການພັດປ່ຽນກັນຂຶ້ນປະກອບຄຳເຫັນແລກປ່ຽນລະຫວ່າງ ຄະນະໂຄສະນາອົບຮົມແຂວງ-ເມືອງ ທີ່ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນ ລົງເລິກວຽກງານວິຊາສະເພາະ 4 ຂະແໜງການ ວຽກງານໂຄສະນາ-ຜ່ານສື່, ວຽກງານອົບຮົມ, ວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ແລະ ວຽກງານບໍລິຫານ, ຈັດຕັ້ງ, ກວດກາ ໃນລັກສະນະສະເພາະໜ້າ ແລະຍາວນານ ເພື່ອຫັນເອົາວຽກງານໂຄສະນາອົບຮົມ ກ້າວຂຶ້ນສູ່ຄຸນນະພາບໃໝ່ ພາຍໃຕ້ການຊີ້ນໍາ-ນຳຂອງພັກ ກໍ່ຄື ຄະນະແຕ່ລະຂັ້ນ, ກຳໄດ້ແນວທາງຂອງພັກ, ລະບຽບກົດໝາຍຂອງ ແລະ ບັນດານິຕິກຳຕ່າງໆ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ຕອນທ້າຍ ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ເນັ້ນໜັກໃຫ້ ຄະນະໂຄສະນາອົບຮົມເມືອງ ເປັນເຈົ້າການນຳເອົາແນວທາງຂອງພັກ ກໍ່ຄື ນິຕິກຳຕ່າງໆ ນຳໄປຈັດຕັ້ງຜັນຂະຫຍາຍເຊື່ອມຊຶມ ໃຫ້ບັນດາການຈັດຕັ້ງກົມກອງໄດ້ຮັບຮູ້ ທົ່ວເຖິງ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ບົນພື້ນຖານການຊີ້ນຳຂອງຄະນະບໍລິຫານງານພັກເມືອງ ໃນຂະບວນການກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃນໄລຍະປີ 2023-2024 ແລະ ເອົາໃຈໃສ່ 4 ວຽກງານວິຊາສະເພາະທີ່ໄດ້ແລກປ່ຽນກັນ ໃຫ້ປາກົດຜົນເປັນຈິງ ແລະ ກ້າວຂຶ້ນສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ.
ຂ່າວ: ສີປະເສີດ ພົມມະຈັນ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1734 |
![]() | ເດືອນນີ້ | 1108 |
![]() | ທັງໝົດ | 254571 |