ວັນທີ 8 ພະຈິກ ປີ2023 ນີ້ອົງການປົກຄອງເມືອງໂພນທອງ ໄດ້ຈັດພິທີປາຖະກະຖາວັນ ມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 106 ປີ ວັນທີ່ 7 ພະຈິກ 1917- ວັນທີ 7 ພະຈິກ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ, ມີຄະນະປະຈາພັກ ເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າ ຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດ ແລະ ພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມ.
ທ່ານ ບຸນຈັນນ ປານຟອງເພັດ ໄດ້ໃຫ້ ກຽດເລົ່າກ່ຽວກັບການປະຕິວັດເດືອນ ຕຸລາລັດເຊຍປີ 1917 ທີ່ເກີດຂຶ້ນບໍ່ແມ່ນເຫດການເກີດຂື້ນ ແບບບັງເອີນ-ແຕ່ແມ່ນກົດເກນທີ່ຕ້ອງເປັນໄປຂອງສັງຄົມ ມະນຸດ ຍ້ອນວ່າລັດເຊຍໃນຊຸມປີຕົ້ນ ຂອງ ສະຕະວັດທີ 20 ເປັນປະເທດທຶນນິຍົມ ທີ່ຂະຫຍາຍຕົວຊ້າຫຼ້າຫຼັງ ແຕ່ຊົນຊັ້ນ ນາຍທຶນ ແລະເຈົ້າຊາ ກົດຂີ່ຂູດຮີດກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານຢ່າງໜັກໜ່ວງ,ສະພາບຊີວິດການ ເປັນຢູ່ ຂອງປະຊາຊົນທຸກຍາກລໍາບາກ,ບວກກັບສະພາບ ສົງຄາມໂລກຄັ້ງທີ I 1914-1917 ຍິ່ງເຮັດໃຫ້ລັດເຊຍ ຕົກ ເຂົ້າສູ່ສະພາບວິກິດການຢ່າງຮ້າຍແຮງ ທ່ານ ເລນິນ ແລະພັກ ໂບນເຊວິກ ກໍ່ໄດ້ສຶກສາອົມຮົມ ປຸກລະດົມ,ຊົນຊັ້ນ ກຳມະກອນ,ປະຊາຊົນຜູ້ອອກແຮງງານ ແລະກອງທະຫານລຸກ ຮື້ຂື້ນເຮັດການ ປະຕິວັດ,ການປະຕິວັດເດືອນຕຸລາ ມັນໄດ້ບົ່ມ ເພາະ ແລະເຄື່ອນໄຫວແຕ່ປີ 1905 ຍ້ອນການສູ່ຢັນເຊິ່ງ ກັນ ແລະ ກັນລະຫວ່າງຊົນຊັ້ນສັກດີນາ,ນາຍທຶນກຳລັງປະຕິວັດ ໄດ້ແກ່ຍາວຫຼາຍປີ ຈົນຮອດວັນທີ 25 ເດືອນ ຕຸລາ ຕາມ ປະຕິທິນລັດເຊຍ ຂອງວັນທີ 7 ພະຈິກ 1917 ຕາມ ປະຕິທິນສາກົນ ການລຸກຮື້ຂື້ນ ຢ່າງແຂງແຮງຂອງຊົນຊັ້ນ ກໍາມະກອນ,ປະຊາຊົນຊາວຜູ້ອອກແຮງງານ ແລະ ຖັນແຖວ ກອງທັບທີ່ກ້າວໜ້າໄດ້ແຜ່ລາມໄປທົ່ວປະເທດ ການ ປະຕິວັດເດືອນຕຸລາລັດເຊຍສຳເລັດຜົນ ໄດ້ເກີດມີລັດຂອງ ຊົນ ຊັ້ນກໍາມະກອນ ແລະ ຊາວນາເປັນຄັ້ງທໍາອິດໃນໂລກ, ແມ່ນ ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງ ແທ້ຈິງ, ລະບອບກົດຂີ່ຂູດຮີດໄດ້ຖືກລົບລ້າງຢ່າງເປັນ ທາງການ,ການປະຕິວັດ ເດືອນຕຸລາໄດ້ຮັບໄຊຊະນະ, ແມ່ນໄຊຊະນະຂອງລັດທິມາກ-ເລນິນຈາກທິດສະດີກາຍເປັນ ພຶດຕິກາ ຕົວຈິງ, ພັກກອມມູນິດໄດ້ກາຍເປັນພັກກໍາອານາດ ນຳພາທົ່ວປະເທດຄັ້ງທຳອິດ,ພັກໄດ້ກາຍເປັນການນໍາ ລະບົບການເມືອງ ຂອງລະບອບສັງຄົມນິຍົມເປັນຫຼັກແຫຼ່ງໃນ ການຮັດແໜ້ນຄວາມສະມັກຄີ, ສຶກສາອົບຮົມ ແລະປຸກລະດົມ ປະຊາຊົນຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ມີ ຄວາມຈາະເລີນຮຸ່ງເຮືອງ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 2 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1733 |
![]() | ເດືອນນີ້ | 1107 |
![]() | ທັງໝົດ | 254570 |