​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເ
  • ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມ
  • ເມືອງໂພນທອງຮັບຟັງປາຖະກະຖາວັນມະຫາປ
  • ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍ
 

ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 5-7 ມິຖຸນາ 2023 ນີ້ ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ນຳໂດຍ ສະຫາຍ ນາງ ...
 

ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ໃນຕອນເຊົ້າ ຂອງວັນທີ 11 ສິງຫາ 2023 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຫ້ອງການຄະນະໂຄສະນາອົບຮົມສູ...
 

ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI.

ພະນັກງານຫຼັກແຫຼ່ງ ແລະ ການຈັດຕັ້ງບ້ານທົ່ວເມືອງໂພນ ທອງຮັບຟັງການເຊື່ອມຊຶມຜັນຂະຫຍາຍ ຜົນກອງປະຊຸ...
 

ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI.

ພະນັກງານຫຼັກແຫຼ່ງ ແລະ ການຈັດຕັ້ງບ້ານທົ່ວເມືອງໂພນ ທອງຮັບຟັງການເຊື່ອມຊຶມຜັນຂະຫຍາຍ ຜົນກອງປະຊຸ...
 

ເມືອງໂພນທອງຮັບຟັງປາຖະກະຖາວັນມະຫາປະຕິວັດເດືອນຕຸລາລັດເຊຍຄົບຮອບ 106 ປີ

ວັນທີ 8 ພະຈິກ ປີ2023 ນີ້ອົງການປົກຄອງເມືອງໂພນທອງ ໄດ້ຈັດພິທີປາຖະກະຖາວັນ ມະຫາປະຕິວັດເດືອນຕຸລາ...
 

ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຈອມເພັດ

ວັນທີ 29 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມເມືອງຈອມເພັດ ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງ...
Previous
Next

ຂ່າວໃໝ່

ຂ່າວ ພິທີປາຖະກະຖາ 2 ວັນປະຫວັດສາດ ວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ

ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 19/ຕຸລາ/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນປະກາດເອກະລາດ ຄົບຮອບ 78 ປີ(12/ຕຸລາ/1945-12/ຕຸລາ/2023) ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ 12/ຕຸລາ/1945-12/ຕຸລາ/2023 ຢູ່ທີ່ສະໂມສອນຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານໂດຍ ທ່ານ ຄຳເພັດ ຈັນທຸມມາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຂຶ້ນປາຖະກະຖາ-ເລົ່າມູນເຊື້ອສອງວັນດັ່ງກ່າວ ປາກະຖາຄັ້ງນີ້ມີ ຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບຳນານ, ພະນັກງານເສຍອົງຄະ, ນາຍແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນເທດສາບານເມືອງ ເຊິ່ງມີຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດ 108 ສະຫາຍ, ຍິງ 55 ສະຫາຍ, ສະມາຊິກພັກ 97 ສະຫາຍ, ຍິງ 35 ສະຫາຍ, ຈາກນັ້ນ ປະທານໄດ້ເລົ່າມູນເຊື້ອ ແລະ ບັນຍາຍສອງວັນປະຫວັດສາດ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ-ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າ, ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ພິລະອາດຫານກ້າແກ່ນ ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ ແລະ ປົກປັກຮັກສາມູນເຊື້ອອັນດີງາມຂອງພັກຂອງຊາດ ເປັນຕົ້ນແມ່ນຄົນລຸ້ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວັນປະກາດເອກະລາດ 12/ຕຸລາ/1945 ແລະ ວັນສ້າງຕັ້ງການທູດລາວ 12/ຕຸລາ/1945.

ໃນຕອນທ້າຍພິທີ ທ່ານ ປະທານກໍ່ໄດ້ຮຽກຮ້ອງໃຫ້ພະນັກງານທຸກພາກສວ່ນ, ສະມາຊິກພັກ ແລະປະຊາຊົນບັນດາເຜົ່າ ຕ້ອງເປັນເຈົ້າການເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆຢູ່ໃນງຄົມໃຫ້ທັນກັບເວລາ, ຕ້ອງໄດ້ເອົາໃຈໃສ່ທໍາການຜະລິດ ແລະ ອີງໃສ່ທ່າແຮງຂອງຕົນ, ແຕ່ລະທ້ອງຖີ່ນ, ແຕ່ລະຄອບຄົວ ຕ້ອງສ້າງຄວາມເຂັ້ມແຂງດ້ວຍຕົວເອງ ກຸ້ມຕົນເອງ, ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເພາະວ່າປະຈຸບັນປະເທກເຮົາພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນສະນັ້ນ ພະນັກງານ, ສະມາຊິກພັກທຸກສະຫາຍຕ້ອງກ້າຕັດສິນໃຈ ກ້າຮັບຜິດຊອບໜ້າທີວຽກງານຕາມການມອບໝາຍຂອງຂັ້ນເທີງໃຫ້ມີຜົນສຳເລັດ, ຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນເສີມຂະຫຍາຍມູນເຊື້ອຂອງພັກ-ຂອງຊາດໃຫ້ມີຄວາມໝັ້ນຄົງ,ຍົກສູງຄວາມເປັນເຈົ້າການເຂົ້າຮ່ວມໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຢ່າງຮອບດ້ານ ແລະ ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະງພັກເມືອງ ໃຫ້ເຂົ້າສູ່ຊີວິດຕົວຈິງ ທັງເປັນການປັບປຸງກໍ່ສ້າງພັກໃນທຸກດ້ານ, ປົວແປງພາຍໃນພັກໃຫ້ເລິກເຊີ່ງ ມີຄວາມປອດໃສ່, ເຂັ້ມແຂງ, ໜັກແໜ້ນ.

ຂ່າວ: ຟົງ ເລົ່າປ່າໄຊ

ບກ:​ ຄໍາຫຼ້າ ໄຊຍະວົງ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254570
ມື້ນີ້ມື້ນີ້2
ມື້ວານນີ້ມື້ວານນີ້545
ອາທິດນີ້ອາທິດນີ້1733
ເດືອນນີ້ເດືອນນີ້1107
ທັງໝົດທັງໝົດ254570