ວັນທີ 25/10/2023 ເວລາ 8:00 ໂມງ ຕອນເຊົ້າ ຜ່ານມານີ້, ທາງຄະນະໂຄສະນາອົບຮົມເມືອງໄດ້ເປີດພິທີເຊື່ອມຊຶມເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ຊຸດທີ II ປະຈຳປີ 2023 ຢູ່3 ກຸ່ມຮາກຖານບ້ານຄື: ກຸ່ມປາກງາ ມີ 9 ສະຫາຍ, ຍິງ 6 ສະຫາຍ, ກຸ່ມປາກຈີມມີ 7 ສະຫາຍ, ຍິງ 1ສະຫາຍ ແລະ ກຸ່ມເມືອງຊື່ນມີ 9 ສະຫາຍ, ຍິງ 2 ສະຫາຍ, ເປັນປະທານໂດຍ ທ່ານ ຄຳເພັດ ຈັນທຸມມາ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 9 ສະຫາຍ, ນັກວິທະຍາກອນ 3 ສະຫາຍ, ຍິງ 0 ສະຫາຍ, ນັກສຳມະນາກອນ25 ສະຫາຍ, ຍິງ 9 ສະຫາຍ, ເຊີ່ງພິທີໄດ້ດຳເນີນເປັນເວລາ 1 ວັນເຕັມ, ເວລາ 8: 00 ນາທີ ຫາ 10:00ນາທີ ໃຫ້ກຽດຂື້ນບັນລະຍາຍເອກະສານ ບົດທີ 1-2-3-4-5, ໂດຍ ສະຫາຍ ຄຳເພັດ ຈັນທຸມມາຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ; ເວລາ 10:00 ໂມງ ຫາ 11:30 ນາທີໃຫ້ກຽດຂື້ນບັນລະຍາຍເອກະສານ ບົດທີ 6-7-8-9-10 ໂດຍ ສະຫາຍ ສົມພອນ ໄຊຍະຮັກ ຄະນະພັກເມືອງ ຮອງຫົວໜ້າຄະນະຈັດຕັ້ງເມືອງ, ພາກແລງ ເວລາ 13: 30 ນາທີ ຫາ 14: 40ນາທີ; ໃຫ້ກຽດຂຶ້ນເຊື່ອມຊຶມເອກະສານຕໍ່ ບົດທີ 11-12-13 ໂດຍ ສະຫາຍ ຄຳແດງ ອີນຍາວົງ ຄະນະພັກເມືອງ ຮອງປະທານກວດກາພັກ-ລັດເມືອງ,
ໃນຕອນທ້າຍຂອງພິທີໄດ້ມອບໃບຢັ້ງຢືນ ແລະ ທ່ານປະທານກໍ່ມີຄຳເຫັນແນະນຳເພີ່ມເຕີມແລະ ໂອະລົມຕໍ່ນັກສໍາມະນາກອນ ເພື່ອໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບ 13 ຄໍາຖາມ ແລະ 13 ຄໍາຕອບ ຊີ້ແຈ້ງອະທິບາຍແນວທາງຂອງພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ເງື່ອນໄຂມາດຖານທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດຂອງການເປັນສະມາຊິກພັກໃຫ້ທຸກສະຫາຍຈະຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນສະມາຊິກພັກທີ່ມີຫຼັກໝັ້ນ, ໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມເຂັ້ມແຂງຫ້າວຫັນປະຕິບັດໜ້າທີທີ່ຂັ້ນເທິງມອບໝາຍ ແລະ ໃຫ້ກາຍເປັນສະມາຊິກພັກທີດີສົມບູນແບບຢູ່ພາຍໃນໜ່ວຍພັກຂອງຕົນ ຫຼັງຈາກນັ້ນ ປະທານກໍ່ໄດ້ກ່າວປິດພິທີເຊື່ອມເອກະສານອົບຮົມເປົ້າໝາຍຂະຫຍາຍພັກ ຊຸດທີ II ປະຈໍາປີ 2023 ຢ່າງເປັນທາງການ.
ຂ່າວ: ຟົ່ງ ເລົ່າປ່າໄຊ
ບກ: ຄຳຫຼ້າ ໄຊຍະວົງ
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1736 |
![]() | ເດືອນນີ້ | 1110 |
![]() | ທັງໝົດ | 254573 |