ໃນຕອນເຊົ້າ ເວລາ 8:00ໂມງນາທີ ຂອງວັນທີ 3 ຕຸລາ 2023 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ປາຖະກະສາ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ປະຈໍາປີ 2023 ໃນນີ້ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍສະຫາຍ ຊາຍພອນ ສຸອຸໄທ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະມາຊິກປະຊາຊົນແຂວງ, ມີສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກອງບັນຊາການ ປກສ - ປກຊ, ຫົວໜ້າ-ຮອງຫ້ອງການ, ອາດິດການນໍາເມືອງ, ພະນັກງານບໍານານ, ພະນັກງານເສຍອົງຄະ, ຜູ້ຊົງຄຸນວຸດທິ ມີຜູ້ເຂົ້າຮ່ວມທັງໝົດ 97 ທ່ານ, ຍິງ 15 ທ່ານ.
ໃນຕອນບ່າຍ ຂອງວັນທີ 2 ຕຸລາ 2023 ນີ້ ຢູ່ທີ່ຫ້ອງປະຊຸມ ສານປະຊາຊົນແຂວງຫຼວງພະບາງ; ທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມ ຄໍາສັ່ງແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 06/ຄປພຂ-ຫຼບ, ລົງວັນທີ 31 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ເອກະສານບັນກາພື້ນຖານກ່ຽວກັບວຽກງານສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ສານປະຊາຊົນແຂວງ ໂດຍມີ ທ່ານ ສໍານານ ສົນທະນີ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ປະທານສານປະຊາຊົນແຂວງ, ຮອງປະທານສານ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ຕະຫຼອດຮອດ ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ວັນທີ 29 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມເມືອງຈອມເພັດ ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຈອມເພັດ ການນຳພາຂອງ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວັນໄຊ ບົວລະພັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ແລະ ບັນພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.
ຕອນບ່າຍຂອງວັນທີ 28 ກັນຍາ 2023 ນີ້ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຢູ່ໂຄສະນາອົບຮົມ ຂອງນະຄອນ ຫລວງພະບາງ, ມີ ທ່ານ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະພະນັກງານຄະນະໂຄສະນາອົບຮົມ ນະຄອນ ຫລວງພະບາງເຂົ້າຮ່ວມ
ເວລາ 8:00ໂມງ ຕອນເຊົ້າຂອງວັນທີ 7/09/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດຕັ້ງພິທີອົບຮົມສະມາຊິກພັກໃໝ່ ປະຈຳປີ 2023 ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານ ໂດຍ ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງງອຍ.
ໃນພິທີອົບຮົມເອກະສານ 4 ບົດຂອງຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ກໍ່ໄດ້ເຊື້ອເຊີນຄະນະປະຈຳ, ຄະນະພັກ, ຄະນະພັກຮາກຖານ 2 ກໍາລັງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາໜວ່ຍພັກ ຕະຫຼອດຮອດສະມາຊີກພັກສົມບູນ ແລະ ສຳຮອງ ທີ່ຢູ່ອ້ອມຂ້າງສຳນັກງານ-ອົງການ ເຂົ້າຮ່ວມ ເຊິ່ງມີຈຳນວນພົນທີ່ເຂົ້າຮ່ວມທັງໝົດ 205 ສະຫາຍ, ຍິງ 85 ສະຫາຍ, ສະມາຊີກພັກ 205 ສະຫາຍ, ຍິງ 85 ສະຫາຍ, ຄະນະປະຈຳພັກເມືອງ 6 ສະຫາຍ, ຍິງ 1 ສະຫາຍ, ຄະນະພັກ 10 ສະຫາຍ ຍິງ 0ສະຫາຍ. ເວລາ 8: 00 ໂມງ - 9:00 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 2: ຍົກສູງຄວາມສາມາດນໍາພາຂອງພັກ ໂດຍ ສະຫາຍ ບຸນເມືອງ ໄຊຍະສິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງງອຍ; ເວລາ 9:00 ໂມງ - 10:30 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 1 ເສີມຂະຫຍາຍມູນເຊື້ອຂອງພັກ ແລະ ບົດທີ 4: ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ໂດຍສະຫາຍ ປອ ສົມສະນິດ ແກ່ນມະນີ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ; ເວລາ 10:40 ໂມງ- 11:30 ໂມງ ໃຫ້ກຽດຂື້ນຜ່ານເອກະສານອົບຮົມ ບົດທີ 3: ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ, ໂດຍ ສະຫາຍ ບຸນເຕັມ ອາໄພສະຫວັດ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 0 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1731 |
![]() | ເດືອນນີ້ | 1105 |
![]() | ທັງໝົດ | 254568 |