ຕອນແລງ ວັນທີ 01 ພະຈິກ 2019 ຜ່ານມາທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ
ຕອນແລງວັນທີ 30 ຕຸລາ 2019 ຜ່ານມາທີ່ສະໂມສອນມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດເຜີຍແຜ່, ເຊື່ອມຊຶມເອກະສານເກັບກຳຫາງສຽງສັງຄົມ ໃຫ້ກຽດບັນລະຍາຍໂດຍ ທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ ທ່ານ ຮສ ປອ ວິໄຊ ຈັນສະຫວ່າງ ອະທິການບໍດີ, ມີຄະນະຮັບຜິດຊອບ, ຮອງອະທິການບໍດີ ແຕ່ຫຼອດຮອດພະນັກງານ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມທັງໝົດ 439 ທ່ານ, ຍິງ 163 ທ່ານ.
ຄະນະໂຄສະນາອົບຮົມແຂວງລົງເຜີຍແຜ່ເອກະສານພ້ອມທັງເກັບກຳຫາງສຽງສັງຄົມຢູ່ພະແນກສຶກສາທິການ ແລະ ກິລາແຂວງ
ໃນຕອນແລງ ຂອງວັນທີ 04 ກັນຍາ 2019 ຜ່ານມານີ້ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊືມເອກະສານຫາງສຽງສັງຄົມ ໃນພິທີດັ່ງກ່າວໃຫ້ກຽດບັນລະຍາຍເອກະສານໂດຍ ທ່ານ ຄໍາຫຼ້າ ລຽນປະດິດກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດເຂດ 6 ແຂວງຫຼວງພະບາງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ຫົວໜ້າ, ຮອງຫົວໜ້າສູນການສຶກສາຕ່າງໆ ຂອງພະແນກສຶກສາທິການ ແລະ ກິລາແຂວງ ມີຜູ້ເຂົ້າຮ່ວມທັງໝົດ 57 ສະຫາຍ, ຍີງ 20 ສະຫາຍ.
ໃນຕອນເຊົ້າຂອງວັນທີ 27 ກັນຍາ 2019 ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງບ້ານນູນສະຫວາດ ໄດ້ຈັດພິທີອົບຮົມຮຽນເອກະສານສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ ຊຸດທີ II ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ;
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນ້ຳບາກ ຄັ້ງທີ IX ໄດ້ດຳເນີນຂຶ້ນໃນລະຫວ່າງ ວັນທີ 08-09 ຕຸລານີ້, ພາຍໃຕ້ຄໍາຂັວນ "ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງອົງຄະນະພັກ, ສ້າງບັນດາປະຖົມປັດໃຈ ເພື່ອເປັນເງື່ອນໄຂ ໃຫ້ເມືອງນໍ້າບາກກ້າວຂື້ນເປັນເມືອງເຂັ້ມແຂງຮອບດ້ານ"
ກອງປະຊຸມຜູ່ແທນອົງຄະນະພັກເມືອງນ້ຳບາກ ຄັ້ງທີ IX ໄດ້ດຳເນີນຂຶ້ນໃນຕອນເຊົ້າ ຂອງວັນທີ 08 ຕຸລານີ້ ພາຍຫຼັງ ສະຫາຍ ສົມພອນ ສີອຸດົມພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ, ສະຫາຍ ຄຳວອນ ແກ້ວລຸນໜູນ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຂຶ້ນຜ່ານ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແຕ່ປີ 2014-2020 ແລະທິດທາງ ແຜນການ 2020-2025, ຈາກນັ້ນ ໄດ້ຮັບຟັງການປະກອບຄໍາເຫັນຂອງຕົວແບບແຕ່ລະດ້ານ.
ວັນທີ 08 ຕຸລານີ້ ກອງປະຊຸມໃຫຍ່ຜູ່ແທນອົງຄະນະພັກເມືອງນ້ຳບາກ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຜູ່ແທນກອງປະຊຸມໃຫຍ່ ຈຳນວນ 153 ສະຫາຍ, ຍິງ 08 ສະຫາຍ; ທີ່ເປັນຕົວແທນໃຫ້ສະມາຊິກພັກ 2.356 ສະຫາຍ, ໃນທົ່ວເມືອງ ແລະຜູ່ແທນຮັບເຊີນ ເຂົ້າຮ່ວມ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 26 |
![]() | ມື້ວານນີ້ | 86 |
![]() | ອາທິດນີ້ | 325 |
![]() | ເດືອນນີ້ | 422 |
![]() | ທັງໝົດ | 86763 |