ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນນາຍາງເຊື່ອມຊືມເອກະສານສຳຄັນ
ວັນທີ 29 ຕຸລາຜ່ານມານີ້ ຄະນະໂຄສະນາອົບຮົມເມືອງນ້ຳບາກ ໄດ້ລົງເຜີຍແຜ່ເອກະສານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນຕົ້ນ ຜົນຮ້າຍຢາເສບຕິດ ແລະການສະກັດກັ້ນ-ຕ້ານການຄ້າມະນຸດ ຢູ່ຫ້ອງປະຊຸມໂຮງຮຽນມັດທະຍົມຕອນຕົ້ນນາຍາງ ນຳພາໂດຍ ທ່ານ ບຸນທຽບ ລາດຊະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ; ມີຄະນະອຳນວຍການໂຮງຮຽນ, ຄູສອນ ແລະນັກຮຽນ ເຂົ້າຮ່ວມ. ພິທີ ທ່ານ ບຸນທຽບ ລາດຊະວົງ ໄດ້ເຜີຍແຜ່ເອກະສານຜົນຮ້າຍຂອງຢາເສບຕິດ, ເອກະສານຕ້ານການຄ້າມະນຸດການ. ແນໃສ່ສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານຄູ ແລະນັກຮຽນພາຍໃນໂຮງຮຽນໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະສະພາບການດຳລົງຊີວິດຂອງສັງຄົມໃນແຕ່ລະໄລຍະ, ໂດຍສະເພາະແມ່ນເພື່ອໃຫ້ນັກຮຽນໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ຕົ້ນກໍາເນີດຂອງຢາເສບຕິດ ແລະການແຜ່ລະບາດຂອງຢາເສບຕິດ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ, ລວທັງແນວທາງຂອງພັກ ແລະມາດຕະການທາງກົດໝາຍຂອງລັດ ຕໍ່ການຕ້ານ, ສະກັດກັ້ນ ແລະແກ້ໄຂ ການແຜ່ລະບາດ ຂອງຢາເສບຕິດ, ພ້ອມທັງຮັບຮູ້ກ່ຽວກັບ ການຄ້າມະນຸດ, ເຊີ່ງເປັນໄພຂົ່ມຂູ່ຕໍ່ສັງຄົມໃນປັດຈຸບັນ, ແນໃສ່ຕອບຕ້ານບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ແລະເພື່ອໃຫ້ໂຮງຮຽນມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ກາຍເປັນໂຮງຮຽນປອດຢາເສບຕິດ.
ເປີດຮຽນເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກພາຍໃນເມືອງນານ
ວັນທີ 30 ຕຸລາຜ່ານມານີ້ ຄະນະໂຄສະນາອົບຮົມເມືອງນານ ໄດ້ຈັດຕັ້ງພິທີເປີດຮຽນເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກຊຸດທີ 4 ປະຈຳປີ 2020 ຢູ່ສະໂມສອນໃຫ່ຍຂອງເມືອງ ໂດຍເປັນປະທານຂອງ ສະຫາຍ ບຸນທີ ມະນີວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີສຳມະນາກອນທີ່ມາຈາກໜ່ວຍພັກສໍານັກງານອົງການ ແລະໜ່ວຍພັກບ້ານພາຍໃນເທດສະບານຈຳນວນ 12 ໜ່ວຍພັກ ລວມທັງໝົດ 29 ສະຫາຍ, ຍິງ 14 ສະຫາຍ ເຂົ້າຮ່ວມ. ພິທີ ສະຫາຍ ທອງວັນ ແດງສະຫວັດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງ-ເມືອງນານ ວ່າດ້ວຍການອານຸມັດ ເປີດຮຽນເອກະສານສະໜັບສະໜູນໃຫ້
ເມືອງນານຈັດຕັ້ງພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 75 ປີ
ລະຫວ່າງທ້າຍເດືອນ ຕຸລາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງນານ ໄດ້ຈັດຕັ້ງພິທີໂຄສະນາປາຖກະຖາວັນປະກາດເອກະລາດ ຄົບຮອບ 75 ປີ (12/10/1945 –12/10/2020 ) ຂື້ນເປັນທາງການໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອນ ອີອຳພອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນຕຳຫຼວດ,ນາຍ ແລະ ພົນທະຫານ,
ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງໂພນໄຊ
ວັນທີ 19 ຕຸລາ 2020 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງໂພນໄຊ ໄດ້ຈັດພິທີ ເປີດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 3 ເດືອນ ຊຸດທີ I ປີ 2020 ໃຫ້ພະນັກງານຫຼັກແຫຼ່ງໃນທົ່ວເມືອງ ໂດຍເປັນປະທານຂອງ ສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ສະຫາຍ ພູທອນ ຫຼວງວິໄລ ຮອງອໍານວຍການໂຮງຮຽນການເມືອງ-ການປົກຄອງແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ແລະສໍາມະນາກອນ ເຂົ້າຮ່ວມລວມທັງໝົດ 83 ສະຫາຍ, ຍິງ 15 ສະຫາຍ.
ເມືອງວຽງຄໍາ ແຂວງຫຼວງພະບາງສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ
ຕອນເຊົ້າ ເວລາ 8:00 ນາທີ ຂອງວັນທີ 13 ຕຸລາ 2020 ນີ້, ຄະນະໂຄສະນາອົບຮົມເມືອງ ສົມທົບກັບ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈັດພິທີສະເຫຼີມສະຫຼອງ ວັນປະກາດເອກະລາດ ຄົບຮອບ 75 ປີ(12.10.1945-1 2.10.2020 ), ວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 26 ປີ 7,10, 1994-7,10, 2020) ແລະ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ ( 17.10.1987 ແລະ 17-24.10.2003) ທີ່ສະໂມສອນໃຫຍ່ຂອງເມືອງວຽງຄຳ.ພາຍໃຕ້ການໃຫ້ກຽດເຂົ້າຮ່ວມໃນພິທີໂດຍ: ສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລເຂພັກເມືອງເຈົ້າເມືອງ-ເມືອງ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 103 |
![]() | ມື້ວານນີ້ | 125 |
![]() | ອາທິດນີ້ | 304 |
![]() | ເດືອນນີ້ | 2952 |
![]() | ທັງໝົດ | 90168 |