ກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ II (4-6) ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມ 17 ແຂວງ ແລະ 1 ນະຄອນຫຼວງທົ່ວປະເທດ, ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2023 ນີ້ ຢູ່ທີ່ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ, ຫົວໜ້າຂະແໜງ ແລະ ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ທ່ານ ທອງຈັນ ພົມມະລັດ ໄດ້ລາຍງານຫຍໍ້ ໄລຍະໄຕມາດ II ຜ່ານມານີ້ ສາມາດຂຽນຂ່າວ ແລະຂັດຈ້ອນເອົາຂ່າວທີ່ມີສາລະ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງລົງເວັບໄຊສ ໄດ້ທັງໝົດ 39 ຂ່າວ ໃນນັ້ນ ເດືອນເມສາ 21 ຂ່າວ, ເດືອນພຶດສະພາ 3 ຂ່າວ ແລະ ເດືອນມິຖຸນາ 15 ຂ່າວ ພ້ອມທັງສະຫຼຸບຂ່າວໃນທຸກໆ ວັນທີ 10 ຂອງທຸກເດືອນ ເພື່ອລາຍງານໃຫ້ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຮັບຊາບເປັນປົກກະຕິ ໃນວັນທີ 15 ຂອງທຸກໆເດືອນ.
ກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ II (4-6) ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມ 17 ແຂວງ ແລະ 1 ນະຄອນຫຼວງທົ່ວປະເທດ, ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2023 ນີ້ ຢູ່ທີ່ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ, ຫົວໜ້າຂະແໜງ ແລະ ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ຢູ່ທີສະໂມສອນຂອງກອງບັນຊາການທະຫານເມືອງ ໄດ້ຈັດພິທີ ອົບຮົມເອກະສານສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ I ປະຈຳປີ 2023, ໃນນີ້ໃຫ້ກຽດເຂົ້າຮ່ວມເປັນປະທານ ພິທີ ໃນຄັ້ງນີ້ໂດຍ ສະຫາຍ ຄືຕົ່ງ ເຊັ່ງວ່າງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນກ້າວໜ້າມາຈາກໜ່ວຍພັກອ້ອມຂ້າງເມືອງເຂົ້າຮ່ວມມີ 11 ໜ່ວຍພັກ, ມີນັກສຳມະນາກອນທັງໝົດມີ 21 ສະຫາຍ, ຍິງ 6 ສະຫາຍ. ໃນພິທີ ອົບຮົມເອກະສານສະໜັບສະໜູນໃຫ້ມະຫາຊົນກ້າວໜ້ານີ້ ສະຫາຍ ຄືຕົ່ງ ເຊັ່ງວ່າງ ໄດ້ນຳໃຊ້ເອກະສານຈາກຄະນະໂຄສະນາອົບຮົມສູນກາງພັກ ໂດຍແມ່ນເອກະສານ 13 ຄຳຖາມ ແລະ 13 ຄຳຕອບ, ໃນທ່າມກາງບັນຍາກາດຂອງ ພິທີ ອົບຮົມເອກະສານສະໜັບສະໜູນໄດ້ມີການຕັ້ງຄຳຖາມສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນ, ພາຍຫຼັງສຳເລັດການຮຽນເອກະສານສະໜັບສະໜູນແລ້ວຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທີ່ໄດ້ຜ່ານການຝືກອົບຮົມເພື່ອໄວ້ເປັນຫຼັກຖານໃນການປະກອບເອກະສານເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.
ຕອນເຊົ້າຂອງວັນທີ 20/07/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງ ໄດ້ສົມທົບກັບຫ້ອງການສະຫະພັນແມ່ຍິງເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈັດຕັ້ງພິທີປາຖະກາຖາວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ແລະ ວັນກໍາເນີດກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 57 ປີ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ເປັນປະທານໂດຍ ສະຫາຍ ຄໍາຜຸ ພັນທະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ພິທີປາຖະກະຖາ-ເລົ່າມູນເຊື້ອຄັ້ງນີ້ ໄດ້ເຊື້ອເຊີນເອົາ ຄະນະປະຈຳພັກເມືອງ, ຄະນະພັກ, ສະມາຊີກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານບຳນານ ແລະ ບັນດາສະມາຊິກສະຫະພັນແມ່ຍິງອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມທັງໝົດ 137 ສະຫາຍ, ຍິງ 91 ສະຫາຍ, ສະມາຊີກພັກ 129 ສະຫາຍ, ຍິງ 75 ສະຫາຍ.
ວັນທີ 19-20 ກໍລະກົດ 2023 ນີ້ ອົງການປົກຄອງເມືອງໂພນທອງເປີດຊຸດອົບຮົມໃຫ້ສະມາຊິກພັກທົ່ວໄປ ຊຸດທີ I ເອກະສານ 04 ບົດ ໂດຍ ສະຫາຍ ບຸນຈັນ ປານຟອງເພັດ ເລຂາພັກເມືອງ, ເຈົ້າເມືອງໂພນທອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ເລຂາຄະນະພັກຮາກຖານພາຍໃນເມືອງເຂົ້າຮ່ວມ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 543 |
![]() | ມື້ວານນີ້ | 480 |
![]() | ອາທິດນີ້ | 1729 |
![]() | ເດືອນນີ້ | 1103 |
![]() | ທັງໝົດ | 254566 |