ໃນຕອນເຊົ້້າ ຂອງວັນທີ 18 ກໍລະກົດ 2023 ທີ່ຜ່ານນີ້, ເວລາ 06ໂມງ 00 ນາທີ - 07ໂມງ00ນາທີ ຄະນະໂຄສະນາອົບຮົມນະຄອນ, ຫ້ອງການແນວລາວສ້າງຊາດນະຄອນ, ຫ້ອງການສະຫະພັນແມ່ຍິງນະຄອນຫຼວງພບະາງ ແລະ ການນໍາພັກ-ລັດຂັ້ນນະຄອນຫຼວງພະບາງ ທຸກຂົງເຂດວຽກງານຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງພະບາງ ໄດ້ຈັດພິທີທາງສາສະໜາພຸດຕັກບາດ ພະສົງ,ສໍາມະເນນ 120 ອົງ ພ້ອມທັງວາງກະຕ່າດອກໄມ້ເພື່ອລະນຶກເຖິງວັນເກີດ ປະທານສຸພານຸວົງ ຄົບຮອບ 114 ປີ ແລະ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຢູ່ທີ່ເດີນອານຸສອນສາວະລີ ປະທານ ສຸພານຸວົງ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ສະຫາຍ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ, ເລຂາພັກນະຄອນ, ເຈົ້ານະຄອນ ຫຼວງພະບາງ, ພາຍຫຼັງສໍາເລັດພິທີຕັດບາດ ແລະ ວາງກະຕ່າດອກໄມ້ແລ້ວ, ເວລາ 08 ໂມງ 00 ນາທີ ຂອງວັນດຽວກັນກໍ່ໄດ້ເຕົ້າໂຮມກັນ ຈັດພິທີປະຖະກະຖາ 2 ວັນປະຫວັດສາດສໍາຄັນດັ່ງກ່າວເປີດຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມໃຫຍ່ນະຄອນ ຫຼວງພະບາງ (ບ້ານຄອຍ), ໂດຍພາຍໃຕ້ການຊີ້ນຳຂອງສະຫາຍເລຂາພັກນະຄອນຫຼວງພະບາງ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ, ເລຂາພັກນະຄອນ, ເຈົ້ານະຄອນ ຫຼວງພະບາງ ໃນການປະຖະກະຖາ, ເຜີຍແຜ່, ເຊື່ອມຊຶ່ມ ແລະ ໃຫ້ກຽດເຂົ້າຮ່ວມຮັບຟັງໂດຍ ສະຫາຍ ຄະນະປະຈໍາພັກນະຄອນ, ກໍາມະການພັກນະຄອນ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພັກນັກງານຫຼັກແຫຼ່ງອ້ອມຂ້າງນະຄອນ, ເລຂາພັກບ້ານ, ຮອງເລຂາພັກບ້ານ, ປະທານແນວລາວສ້າງຊາດບ້ານ ແລະ ປະທານສະຫະພັນແມ່ຍິ່ງໜ່ວຍຮາກຖານບ້ານ 9 ກຸ່ມ 65 ບ້ານໃນເທດສະບານ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 118 ສະຫາຍ, ຍິງ 74 ສະຫາຍ.
ກາງເດືອນກໍລະກົດ 2023 ຜ່ານມາ ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ອົບຮົມ ເອກະສານ 4 ບົດຂອງຄະນະໂຄສະນາອົບຮົມສູນກາງພັກ ໃນນີ້ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍສະຫາຍ ຊາຍພອນ ສຸອຸໄທ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ສະມາຊິສະພາປະຊາຊົນແຂວງ, ມີສະຫາຍຮອງເລຂາໜ່ວຍພັກ, ສະມາຊິກພັກຂົງເຂດສໍານັກງານ-ອົງການ, ຂົງເຂດອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ນັກຮົບເກົ່າ, ອົງການບໍລິຫານລັດ ແລະ ຂົງເຂດວັດຖະນະທໍາສັງຄົມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 67 ສະຫາຍ, ຍິງ 21 ທ່ານ.
ເນື່ອງໃນໂອກາດວັນຄ້າຍວັນເກີດປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງໄດ້ໝູນວຽນມາບັນຈົບຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍລະກົດ 2023), ສະນັ້ນໃນກາງເດືອນກໍລະກົດ 2023 ນີ້ , ຢູ່ຫ້ອງປະຊຸມໃຫ່ຍຂອງເມືອງ ເມືອງຊຽງເງິນ ໄດ້ມີພິທີປາຖະກະຖາ ວັນຄ້າຍວັນເກີດປະທານສຸພານຸວົງ ຂື້ນ, ໂດຍເປັນ ປະທານຂອງ ທ່ານ ສົມແວວເພັດ ດວງປະສິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຊຽງເງິນ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ລັດວິສາຫະກິດ, ຫົວໜ້າໂຮງຮຽນ-ໂຮງໝໍ, ພະນັກງານອາວຸໂສ-ບຳນານ ແລະ ເລຂາຄະນະໜ່ວຍພັກບ້ານ 7 ບ້ານໃຫ່ຍອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງ 164 ຄົນ, ຍິງ 99 ຄົນ. ໃນນັ້ນມີ ສະມາຊິກພັກ 156 ສະຫາຍ, ຍິງ 91 ສະຫາຍ.
ລະຫວ່າງກາງເດືອນກໍລະກົດ 2023 ນີ້, ຄະນະໂຄສະນາອົບຮົມເມືອງໂພນທອງ, ໄດ້ຈັດພິທີປາຖະກະຖາ ວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 114 ປີ, ( 13 ກໍລະກົດ 1909 - 13 ກໍລະກົດ 2023 ) ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍການເປັນ ປະທານ ຂອງ ສະຫາຍ ບຸນຈັນ ປານຟອງເພັດ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໂພນທອງ, ມີບັນດາພະນັກງານບຳນານພ້ອມດ້ວຍຫົວໜ້າ - ຮອງຫົວໜ້າຫ້ອງການ, ສະມາຊິກພັກ,ພະນັກງານລັດຖະກອນ, ທະຫານ - ຕຳຫຼວດ ພາຍໃນເມືອງເຂົ້າຮ່ວມ.
ໃນລະຫວ່າງ ຕົ້ນເດືອນກໍລະກົດ 2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ສົມທົບກັບຫ້ອງການແນວລາວສ້າງຊາດເມືອງ ເປີດກອງປະຊຸມເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນຂົງເຂດແນວລາວສ້າງຊາດ ແລະ ຂົງເຂດການເມືອງຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໃຫ້ກຽດເປັນປະທານ ກອງປະຊຸມໃນຄັ້ງນີ້ໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າ ຄະນະຈັດຕັ້ງ. ກອງປະຊຸມໃນຄັັ້ງນີ້ໄດ້ແບ່ງອອກເປັນ 2 ຕອນຄື:
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1 |
![]() | ມື້ວານນີ້ | 545 |
![]() | ອາທິດນີ້ | 1732 |
![]() | ເດືອນນີ້ | 1106 |
![]() | ທັງໝົດ | 254569 |