ໃນຕອນບ່າຍ ຂອງວັນທີ 27 ມີຖຸນາ 2023 ເວລາ 13ໂມງ 30 ນາທີ ຄະນະໂຄສະນາອົບຮົມນະຄອນຫຼວງພບະາງ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງເລຂາ, ຄະນະກວດກາປະຈໍາໜ່ວຍພັກ ແລະ ມອບຮັບນາມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພູເງິນ ຊາມູນຕີ ຄະນະປະຈໍາພັກນະຄອນ, ຫົວໜ້າຄະນະຈັດຕັ້ງນະຄອນ ຫຼວງພະບາງ , ສະຫາຍ ວີ ເຮີເຊ່ຍໄມ ຄະນະປະຈໍາພັກນະຄອນ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມນະຄອນ ຫຼວງພະບາງ, ເຊິ່ງໄດ້ເຊື້ອເຊີນບັນດາແຂກເຂົ້າຮ່ວມໂດຍມີບັນດາກໍາມະການພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ໜ່ວຍອ້ອມຂ້າງ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້້າຮ່ວມ, ເຊິ່ງມີຈໍານວນພົນເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 07 ສະຫາຍ.
ຕອນເຊົ້າ ຂອງວັນທີ່ 21/6/2023 ຢູ່ຫ້ອງປະຊຸມ ຕຶກວັດທະນະທໍາສັງຄົມ ຄະນະໂຄສະນາອົບຮົມເມືອງໂພນທອງ ໄດ້ເປີດຮຽນເອກະສານ ສະໜັບສະໜູນ 13 ຄໍາຖາມ 13 ຄໍາຕອບ ໃຫ້ແກ່ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ບັນຍາຍເອກະສານໂດຍ ສະຫາຍ ຝົງລໍ່ ດົວປໍ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງມີມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ມາຈາກໜ່ວຍພັກສໍາພັກງານ ແລະ ໜ່ວຍພັກຮາກຖານອ້ອມຂ້າງເມືອງ ເຂົ້າຮຽນສະໜັບສະໜຸນ ໃນຊຸດນີ້ມີທັງໝົດ 10 ສະຫາຍ ຍິງ 3 ສະຫາຍ.
ການຮຽເອກະສານສະໜັບສະໜູນ ຄັ້ງນີ້ແມ່ນເພື່ອເຮັດໃຫ້ ມະຫາຊົນຜູ້ທີ່ຈະ
ໃນຕອນເຊົ້າ ຂອງວັນທີ 23 ມິຖຸນາ 2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງ ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງແພດລາວຄົບຮອບ 58 ປີ ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງໃຫ້ກຽດເປັນປະທານພິທີໃນຄັ້ງນີ້ ໂດຍແມ່ນ ສະຫາຍ ບຸນທັນ ຈັນທະສັກ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງນໍ້າບາກ ມີຄະນະປະຈຳ, ຄະນະພັກ, ປະທານ-ຮອງປະທານສານປະຊາຊົນເຂດII, ຫົວໜ້າ-ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອຳນວຍການ - ຮອງອຳນວຍການໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ລັດວິສາຫະກິດ, ພະນັກງານບຳນານ, ແລະ ນາຍບ້ານ 8 ບ້ານເທດສະບານເມືອງ ກໍ່ໃຫ້ກຽດເຂົ້າຮ່ວມ ມີຈໍານວນພົນເຂົ້າຮ່ວມທັງໝົດ: 85 ທ່ານ, ຍິງ: 38 ທ່ານ.
ໃນລະຫວ່າງວັນທີ 5-7 ມິຖຸນາ 2023 ນີ້ ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ນຳໂດຍ ສະຫາຍ ນາງ ດິງທີ່ບິກທ້າວ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກແຂວງເຊີນລາ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ. ໂອກາດທີ່ໄດ້ເດີນທາງມາຄັ້ງນີ້ ຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ປະທານແນວລາວສ້າງແຂວງ, ເພື່ອລາຍງານຈຸດປະສົງຂອງການເດີນທາງມາຢ້ຽມຢາມຫຼວງພະບາງ ໃຫ້ຊາບ, ຈາກນັ້ນກໍໄດ້ເຂົ້າເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ ທີ່ຫ້ອງປະຊຸມຄະນະປະຈຳພັກແຂວງ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,
ວັນທີ 6 ມິຖຸນາ 2023 ນີ້ ຢູ່ທີ່ບ້ານຫ້ວຍຢໍ້ ເມືອງ ຈອມເພັດ ແຂວງຫຼວງພະບາງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈອມເພັດ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດ ລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ (5 ມິຖຸນາ 1972 - 5 ມິຖຸນາ 2023 ຄົບຮອບ 50 ປີ) ແລະ ວັນສິ່ງແວດລ້ອມແຫ່ງຊາດ (5 ມິຖຸນາ 1999 - 5 ມິຖຸນາ 2023 ຄົບຮອບ 24 ປີ ) ພາຍໃຕ້ຄໍາຂວັນ " ໂລກມີພຽງໜື່ງດຽວ "
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 542 |
![]() | ມື້ວານນີ້ | 480 |
![]() | ອາທິດນີ້ | 1728 |
![]() | ເດືອນນີ້ | 1102 |
![]() | ທັງໝົດ | 254565 |