ໃນຕອນເຊົ້າຂອງ ວັນທີ 26 ຕຸລາ 2023 ຢູ່ທີ່ສະໂມສອນບ້ານນະຄອນ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ຈັດຕັ້ງ ພິທີປາຖະກະຖາວັນສ້າງຕັ້ງການທູດລາວ ຄົບຮອບ 70 ປີ, ວັນປະກາດເອກະລາດຄົບຮອບ 78 ປີ. ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ເຊິ່ງມີຄະນະພັກເມືອງ, ຜູ້ຊີ້ນຳບ້ານ, ຫົວໜ້າ ປກສ ກຸ່ມ, ຄະນະອໍານວຍການໂຮງຮຽນມໍຕົ້ນ, ການຈັດຕັ້ງບ້ານທຸກພາກສວນ, ສະມາຊິກພັກ ແລະປະຊາຊົນ ພາຍໃນບ້ານ ນະຄອນເຂົ້າ ມີຈຳນວນພົນເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 31 ທ່ານ.
ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 19/ຕຸລາ/2023 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນປະກາດເອກະລາດ ຄົບຮອບ 78 ປີ(12/ຕຸລາ/1945-12/ຕຸລາ/2023) ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ 12/ຕຸລາ/1945-12/ຕຸລາ/2023 ຢູ່ທີ່ສະໂມສອນຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານໂດຍ ທ່ານ ຄຳເພັດ ຈັນທຸມມາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຂຶ້ນປາຖະກະຖາ-ເລົ່າມູນເຊື້ອສອງວັນດັ່ງກ່າວ ປາກະຖາຄັ້ງນີ້ມີ ຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບຳນານ, ພະນັກງານເສຍອົງຄະ, ນາຍແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນເທດສາບານເມືອງ ເຊິ່ງມີຈຳນວນພົນເຂົ້າຮ່ວມຮັບຟັງທັງໝົດ 108 ສະຫາຍ, ຍິງ 55 ສະຫາຍ, ສະມາຊິກພັກ 97 ສະຫາຍ, ຍິງ 35 ສະຫາຍ, ຈາກນັ້ນ ປະທານໄດ້ເລົ່າມູນເຊື້ອ ແລະ ບັນຍາຍສອງວັນປະຫວັດສາດ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ-ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າ, ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ພິລະອາດຫານກ້າແກ່ນ ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ ແລະ ປົກປັກຮັກສາມູນເຊື້ອອັນດີງາມຂອງພັກຂອງຊາດ ເປັນຕົ້ນແມ່ນຄົນລຸ້ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວັນປະກາດເອກະລາດ 12/ຕຸລາ/1945 ແລະ ວັນສ້າງຕັ້ງການທູດລາວ 12/ຕຸລາ/1945.
ວັນທີ 19 ຕຸລາ 2023 ນີ້ ທີ່ສະໂມສອນ ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 78 ປີ ໂດຍການເຂົ້າຮ່ວມ ຂອງທ່ານ ທະລາກອນ ບໍລະວົງ ຮອງເລຂາພັກເມືອງ, ມີກໍາມະການປະຈໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນຕອນເຊົ້າ ເວລາ 8:00ໂມງນາທີ ຂອງວັນທີ 13 ຕຸລາ 2023 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 03 ເດືອນ ຮຸ່ນທີ II ປີ 2023 ທີເມືອງໂພນໄຊແຂວງຫຼວງພະບາງ, ໃນນີ້ໃຫ້ກຽດເປັນປະທານພິທີໂດຍ: ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ປະທານຮ່ວມໂດຍສະຫາຍ ປອ ພູທອນ ຫຼວງວິໄລ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ, ມີສະຫາຍຮອງເລຂາພັກເມືອງ, ສະຫາຍຮອງເຈົ້າເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ມີນັກສຶກສາທີ່ເຂົ້າຮຽນທິດສະດີການເມືອງ-ການປົກຄອງ ເຂົ້າຮ່ວມລວມທັງໝົດ 93 ທ່ານ, ຍິງ 25 ທ່ານ, ສະມາຊິກພັກ 93 ສະຫາຍ, ຍິງ 25 ສະຫາຍ.
ວັນທີ 04 ຕຸລາ 2023 ທີ່ສະໂມສອງ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີເຜີຍແຜ່ ນິຕິກໍາການເມືອງ-ແນວຄິດ ໂດຍມີທ່ານ ທະລາກອນ ບໍລະວົງ ຮອງເລຂາພັກເມືອງ; ທ່ານ ຄຳສິງ ສຸດທິດາ ກຳມະການພັກເມືອງ ຫົວຫນ້າຫ້ອງວ່າການປົກຄອງເມືອງ ໄດ້ພັດປ່ຽນກັນຂື້ນເຜີຍແຜ່ ນິຕິກຳການເມືອງ-ແນວຄິດ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດ ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ໃນຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມຮັບຟັງ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 545 |
![]() | ມື້ວານນີ້ | 480 |
![]() | ອາທິດນີ້ | 1731 |
![]() | ເດືອນນີ້ | 1105 |
![]() | ທັງໝົດ | 254568 |