ບັນຍາກາດແຫ່ຫວໍ່ (ແຫ່ນາງສັງຂານ) ໂອກາດບຸນປີໃໝ່ລາວ ຢູ່ນະຄອນ ຫຼວງພະບາງ ມໍລະດົກໂລກ

ພິທີແຫ່ຫວໍ່ໃນມື້ສັງຂານເນົາ ຫຼື ແຫ່ຫວໍ່ຂື້ນ ໃນໂອກາດບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຂື້ນຢ່າງຄືກຄື້ນມ່ວນຊື່ນ ໃນຕອນບ່າຍຂອງວັນທີ່ 15 ເມ ສາ 2025 ນີ້ ຢູ່ຖະໜົນສີສະຫວ່າງວົງ ເຊິ່ງເລີ່ມແຕ່ວັດມະຫາທາດ ຫຼື ວັດທາດນ້ອຍ ໄປຫາວັດຊຽງທອງ ໂດຍມີເກືອບ 40 ຂະບວນ ທີ່ມາຈາກພະແນກການ, ເມືອງ ແລະບ້ານຈຳນວນໜື່ງ ພາຍໃນແຂວງຫຼວງພະບາງ, ລວມມີມວນຊົນເຂົ້າຮ່ວມແຫ່ເກືອບ 3,000 ຄົນ. ເປັນກຽດເຂົ້າຮ່ວມຊົມ ໂດຍທ່ານ ຄຳພັນ ເຜີຍຍະວົງ, ກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍ ອະດິດການນຳຂັ້ນສູງ, ການນຳຂັ້ນແຂວງ, ເມືອງ-ນະຄອນ ຫຼວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຕະຫຼອດຮອດ ມວນຊົນເປັນຈຳນວນຫຼວງຫຼາຍ.

ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ຮອງປະທານຈັດງານບຸນ ໄດ້ກ່າວເປີດພິທີວ່າ: ພິທີແຫ່ຫວໍ່ ແມ່ນພິທີກຳທາງສາສະໜາ ຂອງຊາວຫຼວງພະບາງ ທີ່ໄດ້ສືບທອດກັນມາແຕ່ດົນນານ ໂດຍໄດ້ນິມົນພະສົງ ຂຶ້ນນັ່ງຫວໍ່ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ນໍາເອົາ ນໍ້າໃສ່ນໍ້າອົບປະສົມນໍ້າຫອມ ຫົດສົງລ້າງສ່ວຍ ແລ້ວເຮັດພິທີສົມມາຄາລະວະ ເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນ, ມີຄວາມຢູ່ດີກິນດີ, ຢູ່ເຢັນ-ເປັນສຸກ ນໍາໂຊກລາບ ມາສູ່ຕົນເອງ ແລະຄອບຄົວ.

ປີນີ້ ມີຂະບວນແຫ່ຫວໍ່ ປະກອບທັງໝົດ 37 ຂະບວນ, ມີຈຳນວນພົນເຂົ້າຮ່ວມ 3,000 ກວ່າຄົນ, ໃນນັ້ນ, ມີຂະບວນຫວໍ່ພະສົງ 6 ຫວໍ່, ສາມະເນນ 300 ອົງ, ຂະບວນນາງສັງຂານ, ຂະບວນຂອງບັນດາພະ ແນກການພາຍໃນແຂວງ, ຂະບວນຈາກບັນດາບ້ານພາຍໃນນະ ຄອນ-ຫຼວງພະບາງ; ພິເສດ ມີຂະບວນແຫ່ຈາກເມືອງຊຽງເງິນ, ເມືອງຈອມເພັດ, ເມືອງປາກອູ ເຂົ້າຮ່ວມ.

ພິທີ ເລີ່ມຕົ້ນດ້ວຍ ຂະບວນການນາງສາວຖືປ້າຍຄໍາຂວັນ, ຕໍ່ດ້ວຍຂະບວນທຸງຊາດ-ທຸງທິວ ແລະທຸງຊາດຂອງ 10 ປະເທດສະມາຊິກອາຊຽນ, ຂະບວນປູ່ເຍີ-ຍ່າເຍີ-ສິງກັບ-ສິງໂຂນ, ຂະບວນເຖົ້າແກ່ຍິງ-ຊາຍຖືຂັນດອກໄມ້, ຂະບວນຫວໍ່ພຣະສົງ, ຂະບວນປ້າຍລາງວັນ ແລະນາມມະຍົດທີ່ຫຼວງພະບາງ ໄດ້ຮັບໃນໄລ ຍະຜ່ານມາ, ຂະບວນຈາກບັນດາພະແນກການ-ເມືອງ, ຂະບວນນາງ ຫວໍ່-ນາງສັງຂານ, ຂະບວນຊົນເຜົ່າ ແລະ ອື່ນໆ. ເຊິ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງ ໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ທີ່ໄດ້ຮັບການສືບທອດຕໍ່ໍ່ກັນມາ ໃນທຸກປີ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ