ໃນຕອນເຊົ້າຂອງວັນທີ 27 ທັນວາ 2022 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມທະນາຄານແຂວງຫຼວງພະບາງ ໄດ້ມີການຈັດຕັ້ງອົບຮົມຄວາມຮູ້ພື້ນຖານແນວທາງຂອງພັກ ໃຫ້ກັບສະມາຊິກພັກໃໝ່ ທີ່ມາຈາກຄະນະພັກຮາກຖານທະນາຄານແຂວງຫຼວງພະບາງ ແລະ ຄະນະພັກຮາຖານພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ນັກສຳມະນາກອນທີ່ເປັນສະມາຊິກພັກໃໝ່ ຈຳນວນ 32 ສະຫາຍ ຍິງ 19 ສະຫາຍ.
ໃນພິທີ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄຳເຫັນຊີ້ນຳບັ້ນຝຶກອົບຮົມ ເຊິ່ງສະຫາຍກໍ່ໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ ເອົາໃຈໃສ່ກຳແໜ້ນເນື້ອໃນຈິດໃຈ ຄວາມໝາຍຄວາມສຳຄັນຂອງບັນດາເອກະສານ ເພື່ອໃຫ້ບັນດາສະຫາຍນຳໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງໃນສະເພາະໜ້າ ແລະ ຂອງກົມກອງຂອງຕົນໃຫ້ຖືກຕອ້ງ, ສອດຄ່ອງຕາມແນວທາງຂອງພັກ ເພື່ອເປັນການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ກາຍເປັນພະນັກງານ-ສະມາຊິກພັກທີມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ຮູ້ກໍ່ສ້າງ ແລະ ປັບປຸງປົວແປງພັກ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ມີວິທີແກ້ໄຂພະຍາດອາດຍາສິດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ລວມທັງສິ່ງທ້າທາຍທົດສອບຕ່າງໆ ສາມາດແບກຫາບໜ້າທີ່ການເມືອງຂອງພັກ ແລະ ກາຍເປັນຜູ້ສືບທອດຄົບຕາມມາດຖານເງື່ອນໄຂຂອງພັກວາງອອກ.
ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານ 4 ບົດຄື: 1 ເສີມຂະຫຍາຍມູນເຊື້ອຂອງພັກ, ບົດທີ 2 ຍົກສູງຄວາມສາມາດນຳພາຂອງພັກ, ບົດທີ 3 ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ, ບົດທີ 4 ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ. ການອົບຮົມແມ່ນໄດ້ນຳໃຊ້ວິທະຍາກອນມາຈາກ 2 ພາກສ່ວນຄື: ຄະນະໂຄສະນາອົບຮົມແຂວງ ແລະ ຄະນະກວດກາພັກແຂວງ ການອົບຮົມໃນຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ 2 ວັນ 27-28 ທັນວາ 2022 ຈີ່ງສີ້ນສຸດລົງ.
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ໂດຍ: ສົມມິດ ແກ່ນມະນີ
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 532 |
![]() | ອາທິດນີ້ | 1262 |
![]() | ເດືອນນີ້ | 6205 |
![]() | ທັງໝົດ | 193396 |