ໃນທ້າຍເດືອນ ມີຖຸນາ ປີ 2021 ທີ່ຜ່ານມາທາງຄະນະໂຄສະນາອົບຮົມນະຄອນສົມທົບກະຫ້ອງວ່າການນະຄອນຫລວງພະບາງ ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິ Xl ຂອງພັກ,ມະຕິ Vlll ຂອງອົງຄະນະພັກແຂວງ ແລະ ມະຕິ Vll ຂອງອົງຄະນະພັກ ນະຄອນຫລວງພະບາງ ໂດຍເປັນປະທານ ຂອງທ່ານ ສຸກັນບຸນຍົງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງ ແລະ ທ່ານ ນາງ ສີລິພອນ ສຸວັນທອງ ຮອງເຈົ້າແຂວງຫລວງພະບາງ ມີບັນດາກຳມະການ ຄະນະປຳພັກ,ກຳມະການພັກ,
ເລຂາພັກຮາກຖານ, ເລຂາໜ່ວຍພັກສຳນັກງານ, ກົມກອງ,ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອອ້ມຂ້າງທົ່ວ ນະຄອນມີຜູ່ເຂົ້າຮ່ວມຮັບຟັງທັງໝົດ 180 ສະຫາຍ,ຍິງ 20 ຫາຍ.
ໃນນັ້ນ ທ່ານປະທານ ໄດ້ຍົກດ້ານບໍລິຫານວຽກງານແຕ່ລະຂັ້ນ, ທິດທາງແຜນການພັດທະນາເສດຖະກິດສັງຄົມ, ຊີ້ແຈງອົບຮົມແນວຄິດ-ການເມືອງຕີລາຄາຄືນຄວາມຮັບຜິດຊອບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ບຸກຄະລະກອນພາຍໃນແຕ່ລະຂັ້ນຕ້ອງແນໃສ່ການປັບປຸງຍົກສູງຄຸນນະພາບ ແລະ ສ້າງການປ່ຽນແປງໃຫມ່ແບບແຜນອົງຄະນະພັກແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄະນະພັກແຕ່ລະຂັ້ນຈະຕ້ອງໄດ້ເສີມຂະຫຍາຍປະຊາທິປະໄຕ ໃນການເຄື່ອນໄຫວຊີ້ນໍາລວມ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງ, ເສີມຂະຫຍາຍການຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ, ແກ້ໄຂຈຸດອອ່ນ-ຂໍ້ຄົງຄ້າງເພື່ອວາງມາດຕະການໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະ ລະບຽບກົດໜາຍຂອງລັດໃຫ້ເຂັ້ມງວດຈັດຕັ້ງສູ້ຊົນໃຫ້ໄດ້ບັນລຸຕາມຄາດໜາຍ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 116 |
![]() | ມື້ວານນີ້ | 117 |
![]() | ອາທິດນີ້ | 698 |
![]() | ເດືອນນີ້ | 1203 |
![]() | ທັງໝົດ | 122043 |