ເປີດຝຶກອົບອົບຮົມມະຫາຊົນກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍພັກ ປະຊາຊົນປະຕິວັດລາວ ຊຸດທີ III ຢູ່ກຸ່ມສວນຫຼວງ
ທ້າຍເດືອນກັນຍາຜ່ານມານີ້ ທີມງານຄະນະໂຄສະນາອົບຮົມເມືອງຊຽງເງິນ ໄດ້
ຈັດຕັ້ງພິທີຮໍ່າຮຽນເອກະສານອົບຮົມ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍພັກປະຊາຊົນປະຕິວັດລາວຢູ່ ກຸ່ມສວນຫຼວງ ໂດຍການເຜີຍແຜ່ເອກະສານຂອງ ສະຫາຍ ຈະຕຸບຸດ ກອງທອງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຄົ້ນຄ້ວາ ຄັດເລືອກ ຈາກໜ່ວຍພັກສໍານັກງານ-ອົງການອ້ອມຂ້າງເມືອງຈໍານວນໜື່ງ ແລະໜ່ວຍພັກບ້ານ ທີ່ຂື້ນກັບກຸ່ມພັດທະນາສວນຫຼວງເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 13 ສະຫາຍ. ເອກະສານທີ່ນໍາໄປເຜີຍແຜ່ອົບຮົມໃນຄັ້ງນີ້ ມີ 11 ຄໍາຖາມ 11 ຄໍາຕອບ, ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຂັ້ນພື້ນຖານ ໃຫ້ແກ່ມະຫາຊົນທີ່ຈະຂະຫຍາຍເຂົ້າພັກ ໂດຍສະເພາະກ່ຽວກັບຄວາມໝາຍ, ຄວາມສໍາຄັນ ປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້-ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ ຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕະຫຼອດເຖີງຜົນປະໂຫຍດ, ຂໍ້ຫ້າມທີ່ສະມາຊິກພັກຈະໄດ້ຮັບ. ໃນຕອນທ້າຍ ປະທານພິທີ ໄດ້ມີການມອບໃບຢັ້ງຢືນໃຫ້ກັບມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການອົບຮົມຄັ້ງນີ້ຢ່າງສົມກຽດ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 160 |
![]() | ມື້ວານນີ້ | 532 |
![]() | ອາທິດນີ້ | 1262 |
![]() | ເດືອນນີ້ | 6205 |
![]() | ທັງໝົດ | 193396 |