ຄະນະໂຄສະນາອົບຮົມເມືອງນ້ຳບາກ ເປີດຮຽນເອກະສານໃຫ້ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຊຸດທີ່ V ປະຈຳປີ 2021.
ໃນທ້າຍເດືອນ ມີຖຸນາ 2021 ຜ່ານມານີ້; ຄະນະໂຄສະນາອົບຮົມເມືອງນ້ຳບາກ ໄດ້ເປີດ-ປິດ ພິທີ ອົບຮົມຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ ພັກປະຊາຊົນ ປະຕິວັດລາວ ຢູ່ທີ່ໂຮງຮຽນ ມສ ນ້ຳຖ້ວມ ຊຸດທີ່ V ປະຈຳປີ 2021 ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ສະຫາຍ ບຸນທຽບ ລາດສະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ມີສຳມະນາກອນ ມາຈາກ ໜ່ວຍພັກໂຮງຮຽນ ມສ ນ້ຳຖ້ວມ, ໜ່ວຍພັກບ້ານນາກອກ, ເຂົ້າຮ່ວມທັງໝົດ 7 ສະຫາຍ, ຍິງ 5 ສະຫາຍ.
ສຳລັບບົດຮຽນທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້. ແມ່ນໄດ້ນຳໃຊ້ເອກະສານຈາກຄະນະ ໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 11 ຄຳຖາມ 11 ຄຳຕອບ
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນ ປະຕິວັດລາວ. ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ຜູ້ທີ່ຈະເປັນສະມາຊິກພັກ ແລະ ຜົນປະໂຫຍດຂອງສະມາຊິກພັກເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າແຕ່ລະ ສະຫາຍ ມີຄວາມຮັບຮູ້, ເຂົ້າໃຈເລິກຕື່ມກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ,
ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດ ໜຶ່ງທີ່ແນ່ນອນ.
ຕອນທ້າຍ ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ ແຕ່ລະສະຫາຍກໍ່ໄດ້ຮັບໃບຢັ້ງຢືນການເຂົ້າຮຽນເອກະສານໄວເພື່ອເປັນລັກຖານ ແລະ ໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນທຽບ ລາດສະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ເຊິ່ງສະຫາຍໄດ້ເນັ້ນໃຫ້ມະຫາຊົນຜູ້ ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເຂົ້າຮ່ຳຮຽນ ເອກະສານໃນຄັ້ງນີ້; ຈົ່ງນຳເອົາບັນດາເນື້ອໃນເອກະສານດັ່ງກ່າວໄປຝຶກຝົນຫຼໍ່ຫຼອມ ຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງທີ່ດີໃນຕໍ່ໜ້າ
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 118 |
![]() | ມື້ວານນີ້ | 117 |
![]() | ອາທິດນີ້ | 700 |
![]() | ເດືອນນີ້ | 1205 |
![]() | ທັງໝົດ | 122045 |