- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພຸດ, 25 ມັງກອນ 2023 04:06
-
ຂຽນໂດຍ ອ່ອນຈັນ ແກ້ວມະນີພອນ
ໃນຕອນເຊົ້າວັນທີ 20 ມັງກອນ 2023 ເວລາ 6:30 – 7: 00 ນາທີ ຄະນະການນຳຂອງເມືອງນໍ້າບາກໄດ້ວາງກະຕາດອກໄມ້ ຢູ່ທີອານຸສາວະລີປະທານໄກສອນ ພົມວິຫານ ເວລາ 8:00 ນາທີ ຮັບຝັງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍ: ສະຫາຍ ສົມຫວັງ ພອນຄໍາວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້ົາເມືອງນໍ້າບາກ ເຊິ່ງມີຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອໍານວຍການ - ຮອງອໍານວຍການໂຮງຮຽນ, ໂຮງໝໍ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດແຕ່ຊັ້ນຮ້ອຍຕີຂຶ້ນໄປ, ລັດວິສາຫະກິດ, ພະນັກງານປະຕິວັດອາວຸໂສບໍານານ ແລະ ນາຍບ້ານ 9 ບ້ານເທດສະບານເມືອງເຂົ້າຮ່ວມ ມີຈໍານວນພົນເຂົ້າຮ່ວມທັງໝົດ 99 ຄົນ, ຍິງ 12 ຄົນ, ໃນນີ້ແມ່ນສະມາຊິກພັກທັງໝົດ.



ໃນໂອກາດນີ້ ສະຫາຍສົມຫວັງ ພອນຄຳວົງສາ ກໍ່ໄດ້ທົບທວນຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວສູ້ຮົບຂອງກອງທັບປະຊາຊົນລາວ ແຕ່ລະໄລຍະເລີ່ມແຕ່ວັນສ້າງຕັ້ງຮອດປະຈຸບັນໃຫ້ບັນດາພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ, ເຊິ່ງກອງທັບປະຊາຊົນລາວແມ່ນໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ຫົ່ມທຸງພັກປະຊາຊົນປະຕິວັດລາວ, ໄດ້ກຳເນີດມາຈາກປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອພົນປະໂຫຍດຂອງປະຊາຊົນ.
ລະນຶກເຖິ່ງມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ທີ່ຕໍ່ສູ້ກູ້ຊາດທີ່ຍືດເຍື້ອຍາວນານ, ຕ້ານສັດຕູຜູ້ຮຸກຮານ, ຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ, ຍາດເອົາເອກະລາດອຳນາດອະທິປະໄຕ ແລະ ພື້ນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນລາວ. ກອງທັບປະຊາຊົນລາວໄດ້ຮັບການປັບປຸ່ງກໍ່ສ້າງກຳລັງປະກອບອາວຸດ, ຍຸດໂທບາຍ, ສິນລະປະຢຸດ-ຍຸດທະວິທີເພີ່ມຂຶ້ນທື່ອລະກ້າວ, ສືບຕໍ່ພົວພັນແລກປ່ຽນແນວທາງການທະຫານ ກັບບັນດາປະເທດເພື່ອນມິດສາກົນ ເພື່ອກໍ່ສ້າງກອງທັບພວກເຮົາໃຫ້ເປັນກອງທັບທີ່ມີຄວາມເຂັ້ມແຂງ ແລະ ທັນສະໄໝຮ້ອບດ້ານ.
ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ ຂຽນໂດຍ: ອ່ອນຈັນ ແກ້ວມະນີພອນ