​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ພິທີປະຖະກະຖາ

2 ວັນປະຫັວດສາດຄື:ວັນຊາດທີ່ 2 ທັນວາ 1975-2 ທັນວາ2020.ຄົບຮອບ45 ປີແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ 13 ທັນວາ 1920-13ທັນວາ2020.ຄົບຮອບ100 ປີ

ໃນຕອນເຊົ້າເວລາ 6:00 ຂອງວັນທີ່ 3 ທັນວາ 2020,ຄະນະການນຳເມືອງປາກແຊງຮ່ວມກັນວາງກະຕ່າດອກໄມ້ຢູ່ທີ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ນຳໂດຍ ທ່ານ ສຸກດາວັນ ພັນຈັກຂັນ ເລ​ຂາ​ພັກ​ເມືອງເຈົ້າເມືອງປາກແຊງ, ຮອງເລ​ຂາ​ພັກ​ເມືອງ, ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳຫຼວດ, ​ຫົວ​ໜ້າ​ຫ້ອງ​ການ ແລະ ພະນັກງານບຳນານເຂົ້າຮ່ວມ.

ໃນ​ຕອນ​ເຊົ້າຂອງວັນທີ 3 ທັນວາ 2020 ຜ່ານ​ມານີ້ຢູ່ທີ່ສະໂມສອນໃຫ່ຍຂອງເມືອງປາກແຊງໄດ້ຈັດພິທີປະຖະກະຖາ 2 ວັນປະຫັວດສາດ ວັນຊາດທີ່ 2 ທັນວາ ຄົບ​ຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບ​ຮອບ 100 ປີ

ໃຫ້ກຽດປະຖະກະຖາໃນຄັ້ງນີ້ໂດຍ ທ່ານ ສຸກດາວັນ ພັນຈັກຂັນ ເລຂາພັກເມືອງ ເຈົ້າເມືອງປາກແຊງ ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ​ນາຍ ແລະ ພົນ​ທະ​ຫານ, ນາຍ ແລະ ພົນ​ຕຳຫຼວດ, ພະ​ນັກ​ງານ​ລັດ​ຖະ​ກອນ ແລະ ພະນັກງານບຳນານໃນທົ່ວເມືອງເຂົ້າຮ່ວມຮັບຟັງທັງໝົດ116 ສະຫາຍ,ຍິງ 26 ສະຫາຍ. ຈຸດປະສົງເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າວເລີກເຊິ່ງກ່ຽວກັບການຊີ້ນໍາ-ນຳພາຂອງພັກປະຊາຊົນປະຕິວັດລາວໃນໄລຍະ 45 ປີເຊິ່ງເປັນເຫດການປະຫັວດສາດໃຫ່ຍຫລວງຂອງຊາດລາວເຮົາບົນພື້ນຖານການປຸກລະດົມເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ແລະ ຂອງພັກ,ຕັ້ງໜ້າປະຕິບັດແນວທາງແຜນການນະໂຍບາຍຂອງພັກ-ລັດໃຫ້ປະກົດຜົນເປັນຈິງຍີ່ງໆຂື້ນໄປ.ເພຶ່ອຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງຊາດເຮົາ ແລະ ຜົນງານອັນໃຫ່ຍຫລວງຂອງປະທານໄກສອນ ພົມວິຫານ,ທີ່ເປັນບາດລ້ຽວໃນການປ່ຽນແປງໃຫ່ມຂອງພັກແຕ່ໄລຍະ 45 ປີ ຜ່ານມາເພື່ອປຸກລະດົມຂະບວນການແຂ່ງຂັນຮັກຊາດຮັກພັດທະນາ,ແລະ ໄດ້ໂຄສະນາຜົນງາມຄວາມດີ,ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເພື່ອໃຫ້ພະນັກງານ, ສະມາຊິກພັກ,ກໍ່ຄືຊັ້ນຄົນຕ່າງໆ,ໄດ້ຮັບຮູ້ຮໍ່າຮຽນເອົາເປັນແບບຢ່າງອັນໃສແຈ້ງດີເດັ່ນຂອງເພີ່ນ ແລະ ເຝິກຝົນຫຼໍ່ຫຼອມຕົນເອງເພື່ອຮັບໃຊ້ຊາດ,ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດຜຸດຜ່ອງ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 27  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

240083
ມື້ນີ້ມື້ນີ້798
ມື້ວານນີ້ມື້ວານນີ້191
ອາທິດນີ້ອາທິດນີ້1060
ເດືອນນີ້ເດືອນນີ້1223
ທັງໝົດທັງໝົດ240083