2 ວັນປະຫັວດສາດຄື:ວັນຊາດທີ່ 2 ທັນວາ 1975-2 ທັນວາ2020.ຄົບຮອບ45 ປີແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ 13 ທັນວາ 1920-13ທັນວາ2020.ຄົບຮອບ100 ປີ
ໃນຕອນເຊົ້າເວລາ 6:00 ຂອງວັນທີ່ 3 ທັນວາ 2020,ຄະນະການນຳເມືອງປາກແຊງຮ່ວມກັນວາງກະຕ່າດອກໄມ້ຢູ່ທີ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ນຳໂດຍ ທ່ານ ສຸກດາວັນ ພັນຈັກຂັນ ເລຂາພັກເມືອງເຈົ້າເມືອງປາກແຊງ, ຮອງເລຂາພັກເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຫົວໜ້າຫ້ອງການ ແລະ ພະນັກງານບຳນານເຂົ້າຮ່ວມ.
ໃນຕອນເຊົ້າຂອງວັນທີ 3 ທັນວາ 2020 ຜ່ານມານີ້ຢູ່ທີ່ສະໂມສອນໃຫ່ຍຂອງເມືອງປາກແຊງໄດ້ຈັດພິທີປະຖະກະຖາ 2 ວັນປະຫັວດສາດ ວັນຊາດທີ່ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ໃຫ້ກຽດປະຖະກະຖາໃນຄັ້ງນີ້ໂດຍ ທ່ານ ສຸກດາວັນ ພັນຈັກຂັນ ເລຂາພັກເມືອງ ເຈົ້າເມືອງປາກແຊງ ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນ ແລະ ພະນັກງານບຳນານໃນທົ່ວເມືອງເຂົ້າຮ່ວມຮັບຟັງທັງໝົດ116 ສະຫາຍ,ຍິງ 26 ສະຫາຍ. ຈຸດປະສົງເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າວເລີກເຊິ່ງກ່ຽວກັບການຊີ້ນໍາ-ນຳພາຂອງພັກປະຊາຊົນປະຕິວັດລາວໃນໄລຍະ 45 ປີເຊິ່ງເປັນເຫດການປະຫັວດສາດໃຫ່ຍຫລວງຂອງຊາດລາວເຮົາບົນພື້ນຖານການປຸກລະດົມເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ແລະ ຂອງພັກ,ຕັ້ງໜ້າປະຕິບັດແນວທາງແຜນການນະໂຍບາຍຂອງພັກ-ລັດໃຫ້ປະກົດຜົນເປັນຈິງຍີ່ງໆຂື້ນໄປ.ເພຶ່ອຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງຊາດເຮົາ ແລະ ຜົນງານອັນໃຫ່ຍຫລວງຂອງປະທານໄກສອນ ພົມວິຫານ,ທີ່ເປັນບາດລ້ຽວໃນການປ່ຽນແປງໃຫ່ມຂອງພັກແຕ່ໄລຍະ 45 ປີ ຜ່ານມາເພື່ອປຸກລະດົມຂະບວນການແຂ່ງຂັນຮັກຊາດຮັກພັດທະນາ,ແລະ ໄດ້ໂຄສະນາຜົນງາມຄວາມດີ,ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເພື່ອໃຫ້ພະນັກງານ, ສະມາຊິກພັກ,ກໍ່ຄືຊັ້ນຄົນຕ່າງໆ,ໄດ້ຮັບຮູ້ຮໍ່າຮຽນເອົາເປັນແບບຢ່າງອັນໃສແຈ້ງດີເດັ່ນຂອງເພີ່ນ ແລະ ເຝິກຝົນຫຼໍ່ຫຼອມຕົນເອງເພື່ອຮັບໃຊ້ຊາດ,ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດຜຸດຜ່ອງ.