​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ວັນສ້າງຕັ້ງສະຫະພັນກຳມະບານລາວ

ປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ(1 ກຸມພາ 1956 - 1 ກຸມພາ 2001).

ໃນຕອນເຊົ້າ ເວລາ 8 :໐໐ໂມງນາທີ ຂອງວັນທີ 9/2/2011 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (1 ກຸມພາ 1956 - 1 ກຸມພາ 2011). ໃນນີ້ໃຫ້ກຽດເປັນປະທານ ແລະ ຂື້ນປາຖະກະຖາ ໂດຍ: ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ເຂົ້າຮ່ວມມີສະຫາຍຮອງເລຂາພັກເມືອງ, ສະຫາຍຮອງເຈົ້າເມືອງ, ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອຳນວຍການໂຮງຮຽນ-ໂຮງໝໍ, ນາຍ ແລະ ພົນຕຳຫຼວດ, ນາຍ ແລະ ພົນທະຫານ, ສູນບໍລິການໄຟຟ້າ-ນໍ້າປະປາ, ທະນາຄານ ແລະ ສະມາຊິກພັກ-ພະນັກງານລັດຖະກອນອ້ອມຂ້າງເມືອງ ມີຜູ້ເຂົ້າຮ່ວມທັງໝົດ 109 ທ່ານ, ຍິງ 35 ທ່ານ, ສະມາຊິກພັກ 94 ສະຫາຍ,ຍິງ 31 ສະຫາຍ.

ປະທານ ພິທີ ໄດ້ຍົກໃຫ້ເຫັນບາງຕອນທີ່ຄວາມສໍາຄັນຂອງສະຫະພັນກໍາມະບານລາວໃນສະໄໝຕົກເປັນຫົວຂື້ນຂອງຟຮັ່ງ ແລະ ຖືກຂູດຮີດຢ່າງໜັກໜ່ວງທາງເສດຖະກິດ, ວັດທະນາທຳ-ສັງຄົມ, ພວກເຂົາໄດ້ບັງຄັບໃຫ້ກຳມະກອນລາວອອກແຮງງານ 14-16 ຊົ່ງໂມງຕໍ່ມື້, ເຮັດໃຫ້ພໍ່ແມ່ປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຄຽດແຄ້ນ ຈຶ່ງໄດ້ລູກຂື້ນຕໍ່ສູ້ຕ້ານພວກຈັກກະພັກຝຮັ່ງໂດຍໄດ້ຮັບໄຊຊະນະ ເພາະມີຜູ້ນຳພາໂດຍແມ່ນປະທານ ໂຮຈີມິນ, ໃນປີ 1946 ໄດ້ສ້າງຕັ້ງໜ່ວຍກຳມະບານຂື້ນເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕິ້ວ ອິນດູຈີນ ໂດຍນໍາພາຈາກພັກ-ລັດ 3 ຊາດ ອິນດູຈີນ,ມາເຖິງວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກໍາມະບານລາວຂື້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ແລະ ໜ້າທີ່ຕົ້ນຕໍຂອງກຳມະບານລາວແມ່ນຖືເອົາການໂຄສະນາປະຕິບັດແນວທາງຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ຕີຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກຳລັງໃນກົມທ້ອງຖິ່ນຕ່າງໆ,ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ຂອງມະຫາຊົນໃຫ້ຟົດຟື້ນຢ່າງຕໍ່ເນື່ອງໂດຍຍືດໝັ້ນແນວທາງນະໂຍບາຍຂອງພັກ : ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖະວອນ, ພັກເຮົາໄດ້ນໍາພາກໍາມະກອນຊາວຜູ້ອອກແຮງງານທົ່ວປະເທດລຸກຂື້ນຕໍ່ສູ້ຕ້ານຈັກກະພັດຝຣັ່ງ ແລະ ໄດ້ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວັນ 1975 ເຊິ່ງເປັນບາດລ້ຽວປະຫວັດສາດທີ່ສໍາຄັນຂອງຊາດເຮົາ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193391
ມື້ນີ້ມື້ນີ້155
ມື້ວານນີ້ມື້ວານນີ້532
ອາທິດນີ້ອາທິດນີ້1257
ເດືອນນີ້ເດືອນນີ້6200
ທັງໝົດທັງໝົດ193391