​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ໜ່ວຍພັກພາຍໃນ ເມືອງຈອມເພັດ ຈັດພິທີເລື່ອນມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂື້ນສົມບຸນ.

ຫວ່າງບໍ່ດົນມານີ້, ໜ່ວຍພັກບ້ານ ຈົກ, ໜ່ວຍພັກບ້ານ ຫ້ວຍໝ້ຽງ ແລະ ໜ່ວຍພັກບ້ານ ກົກງີ້ວ ເມືອງຈອມເພັດ ຈັດພິທີເລື່ອນມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ   ແລະ  ເລື່ອນສະມາຊິກພັກສໍາຮອງຂື້ນສົມບຸນ ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງບ້ານ ຈົກ ເມືອງຈອມເພັດ ໃນວັນທີ່  16  ທັນວາ  2022 ນີ້, ໂດຍການເປັນປະທານຂອງ  ສະຫາຍ  ນ. ສົມສະໝອນ ຄໍາສຸກສະຫວັດ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງຈອມເພັດ, ມີບັນດາ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ໃນພິທີດັ່ງກ່າວສະຫາຍ ວັນໄຊ ບົວລະພັນ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມ ເມືອງຈອມເພັດ, ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ເມືອງຈອມເພັດ,  ວ່າດ້ວຍການອານຸມັດຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າເປັນສະມາຊິກພັກສໍາຮອງ ແລະ  ເລື່ອນສະມາຊິກພັກສໍາຮອງຂື້ນສົມບຸນມີຈໍານວນ 10 ສະຫາຍ, ຍິງ  6  ສະຫາຍ  ແລະ  ເລື່ອນມະຫາຊົນຜູ້ທີ່ມີຄວາມກ້າວໜ້າເປັນສະມາຊິກພັກສໍາຮອງ ຈໍານວນ  05  ສະຫາຍ, ຍິງ 03  ສະຫາຍ, ທີ່ເຫັນວ່າມີທັດສະນະຫຼັກໜັ້ນ,ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ,  ໂດຍຜ່ານການຝຶກຝົນຫຼໍ່ຫຼອມເປັນເວລາ  12  ເດືອນ.

ໃນຕອນທ້າຍພິທີ ສະຫາຍ ນ. ສົມສະໝອນ ຄໍາສຸກສະຫວັດ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງຈອມເພັດ,  ໃນນາມປະທານພິທີກໍ່ໄດ້ມີຄໍາເຫັນໂອລົມ ແລະ ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກສົມບຸນ ແລະ ສໍາຮອງໃໝ່ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເຂົ້າໃນວຽກງານທຸກດ້ານ,   ຕັ້ງໜ້າເອົາໃຈໃສ່ໃນການຄົ້ນຄ້ວາ  - ຮໍ່າຮຽນກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ  ລະບຽບກົດໜາຍຂອງລັດ, ໃນແຕ່ລະໄລຍະເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.

 

ບັນນາທິການຂ່າວ ຄອຂ ກວດແກ້: ຄຳຫຼ້າ ໄຊຍະວົງ                         ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193394
ມື້ນີ້ມື້ນີ້158
ມື້ວານນີ້ມື້ວານນີ້532
ອາທິດນີ້ອາທິດນີ້1260
ເດືອນນີ້ເດືອນນີ້6203
ທັງໝົດທັງໝົດ193394