​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

ຄະນະໂຄສະນາອົບຮົມແຂວງລົງເຜີຍແຜ່, ເຊື່ອມຊືມເອກະສານບັນຫາພື້ນຖານກ່ຽວກັບວຽກງານ ສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງພະບາງ

ໃນຕອນບາຍ ຂອງວັນທີ 22 ທັນວາ 2022 ນີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຜີຍແຜ່, ເຊື່ອມຊືມ ຄໍາສັ່ງແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 06/ຄປພຂ-ຫຼບ, ລົງວັນທີ 31 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະເອກະສານບັນກາພື້ນຖານກ່ຽວກັບວຽກງານສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ; ເຂົ້າຮ່ວມມີ ທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຂະແໜງການຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ນາງ ຈັນສຸກ ວິໄລພອນ ຫົວໜ້າຂະແໜງຄົ້ນຄວ້າສັງລວມ-ເກັບກຳຫາງສຽງສັງຄົມ ຂອງຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂື້ນຜ່ານຄຳສັ່ງແນະນຳ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 06/ຄປພຂ-ຫຼບ ລົງວັນທີ 31 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ,​ ຈຸດປະສົງ, ​ເນື້ອໃນ ແລະວິທີການຈັດຕັ້ງປະຕິບັດ ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່,  ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຟັງມີຄວາມຮັບຮູ້ ແລະເຂົ້າໃຈ ໂດຍສະເພາະແມ່ນການຄົ້ນຄວ້າ,​ ວິເຄາະວິໄຈ ແລະຕີລາຄາສະພາບແນວຄິດ-ຫາງສຽງສັງຄົມທີ່ເກີດຂຶ້ນ ຢູ່ພາຍໃນສໍານັກງານອົງການໃຫ້ຖືກຕ້ອງ, ຄົ້ນຄວ້າຊອກຫາວິທີ່ແກ້ໄຂສິ່ງຫຍໍ້ທໍ້ ແລະວາງມາດຕະການສະກັດກັ້ນຢ່າງທັນການ.

ຈາກນັ້ນ, ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົົບຮົມແຂວງ ກໍໍ່ໄດ້ໃຫ້ກຽດຂຶ້ນເຜີຍແຜ່, ເຊື່່ອມຊືມເອກະສານບັນຫາພື້ນຖານກ່ຽວກັບວຽກງານສັງລວມ-ຫາງສຽງສັງຄົມ ເຊິ່ງໄດ້ຍົກໃຫ້ເຫັນບັນຫາ​ພື້ນຖານ ຂອງ​ວຽກງານ​ຫາງ​ສຽງ​ສັງຄົມໂດຍສະເພາະ​ແມ່ນຄວາມ​ສຳຄັນ, ພາລະ​ບົດບາດ, ຄຸນ​ລັກສະນະ, ປັດ​ໄຈກ່ຽວກັບບັນຫາຫາງ​ສຽງ​ສັງຄົມ, ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ​ຄວາມ​ແຕກ​ຕ່າງ ລະຫວ່າງ ຫາງ​ສຽງສັງຄົມກັບ​ຂ່າວ​ລື ແລະ ຖ້ອຍທຳນອງບິດເບືອນ ທີ່ມີຕໍ່ການນຳພາ ຂອງພັກ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆ ຢູ່ພາຍໃນການຈັດຕັ້ງ, ສໍານັກງານ-ກົມກອງ ແລະ ສັງຄົມ.

ຜ່ານການເຊື່ອມຊຶມໃນຄັ້ງນີ້ ເພື່ອເປັນການຮັບຮູ້ທາງດ້ານພື້ນຖານ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ສາມາດຈຳແນກໄດ້, ທັງວິເຄາະວິໄຈກ່ຽວກັບບັນຫາຂ່າວລື, ຖ້ອຍທຳນອງບິດເບືອນ ແລະ ຫາງສຽງສັງຄົມ ເພື່ອຍົກສູງສະຕິລະວັງຕົວ ແລະ ຕອບຕ້ານຢ່າງທັນການ, ຮັບຮູ້, ເຂົ້າໃຈວ່າວຽກງານຫາງສຽງສັງຄົມແມ່ນວຽກງານໜ່ຶ່ງທີ່ສໍາຄັນຕິດພັນກັບວຽກງານການເມືອງ-ແນວຄິດທີ່ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ແມ່ນວຽກຍຸດທະສາດທາງດ້ານກະແສແນວຄິດ,​ ເປັນວຽກທີ່ຫຼໍ່ແຫຼມ ຢູ່ໃນສັງຄົມ ທຸກຄົນຕ້ອງມີສ່ວນຮ່ວມ, ກຳໄດ້ບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນ ຢູ່ພາຍໃນກົມກອງ, ທ້ອງຖິ່ນ ແລະ ສັງຄົມ ພ້ອມທັງແກ້ໄຂສິ່ງທີ່ບໍ່ຖືກຕ້ອງ ແລະເສີມຂະຫຍາຍສິ່ງທີ່ດີ, ສິ່ງສໍາຄັນແມ່ນເຂົ້າໃຈຕໍ່ວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງ-ສັງຄົມ ໂດຍສະເພາະແມ່ນດ້ານຫຼັກການ, ທິດນໍາ, ວິທີ່ການເກັບກຳຫາງສຽສັັງຄົມທີ່ເກີດຈາກການນໍາພາ ຂອງພັກ ແລະ ການເຄື່ອນໄຫວວຽກງານຕ່າງໆ ຢູ່ໃນສັງຄົມ.

ບັນນາທິການຂ່າວ ຄອຂ ກວດແກ້: ຄໍາຫຼ້າ ໄຊຍະວົງ                                        ຂ່າວໂດຍ: ສົມນຶກ ຈະເລີນສີ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

193396
ມື້ນີ້ມື້ນີ້160
ມື້ວານນີ້ມື້ວານນີ້532
ອາທິດນີ້ອາທິດນີ້1262
ເດືອນນີ້ເດືອນນີ້6205
ທັງໝົດທັງໝົດ193396