ເມືອງນານ ແຂວງຫຼວງພະບາງເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 3 ເດືອນ ຮຸ່ນທີ IV
ໃນວັນທີ່ 1ກໍລະກົດ 2021 ນີ້ ທີ່ສະໂມສອນໃຫຍ່ ຂອງເມືອງນານ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 3 ເດືອນ ຮຸ່ນທີ IV ໃຫ້ແກ່ພະນັກງານຫຼັກແຫຼ່ງ, ນຳພາຄຸ້ມຄອງຂັ້ນເມືອງ ໂດຍການໃຫ້ກຽດເປັນປະທານຮ່ວມ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສາຍຄຳ ສີທໍລັກ ຮອງອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຫຼວງພະບາງ, ມີສະຫາຍ ຄຳເກັ່ງ ຈັນທະວີສຸກ
ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງນາມ ມີຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການປ້ອງກັນຊາດ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ່ໄດ້ໃຫ້ກຽດກ່າວເປີດ ຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ການເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະ 3 ເດືອນ ຮຸ່ນທີ IV ໃຫ້ແກ່ພະນັກງານຫຼັກແຫຼ່ງ, ນໍາພາຄຸ້ມຄອງຂັ້ນເມືອງ ແມ່ນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງນານ ສະໄໝທີ VII ໃຫ້ປະກົດຜົນເປັນຈິງ ແລະ ເປັນໄປຕາມແຜນການກຳນົດໄວ້ ໃນວຽກງານກໍ່ສ້າງພັກ, ສ້າງພະນັກງານ ແນ່ໃສ່ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ດ້ານການເມືອງ-ແນວຄິດ, ທິດສະດີມາກ-ເລນິນ, ແນວຄິດປະທານ ໄກ່ສອນພົມວິຫານ, ສ້າງປະສົບການອັນໃໝ່ ແລະ ຍົກສູງຄວາມຮັບຜິດຕໍ່ໜ້າທີ່ວຽກງານ ໃຫ້ສູງກວ່າເກົ່າ.
ໃນຕອນທ້າຍພິທີ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພາກສ່ວນຄະນະຮັບຜິດຊອບທັງຂັ້ນແຂວງ-ຂັ້ນເມືອງທີ່ເອົາໃຈໃສ່ສ້າງທຸກເງື່ອນໄຂຈົນສາມາດເປີດຊຸດອົບຮົມໄດ້. ໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດການຮຽນການສອນໃຫ້ສຳເລັດຕາມຫຼັກສູດ, ຮັບປະກັນດ້ານເນື້ອໃນ ແລະ ຄຸນນະພາບ, ນັກສຳມະນາກອນຈົ່ງຍົກສູງຄວາມຮັບຜິດຊອບຕັ້ງໃຈສຶກສາຄົ້ນຄວ້າ, ຊອກຮູ້ຮ່ຳຮຽນຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານຫຼັກແຫຼ່ງ, ນຳພາຄຸ້ມຄອງ ທີ່ມີຄວາມຮູ້ສາມາດໃນການນໍາພາໃນກົມກອງທ້ອງຖິ່ນຂອງຕົ້ນ.
ມີ 24 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 803 |
![]() | ມື້ວານນີ້ | 191 |
![]() | ອາທິດນີ້ | 1065 |
![]() | ເດືອນນີ້ | 1228 |
![]() | ທັງໝົດ | 240088 |