ພິທີປາຖະກະຖາ ວັນບຸກໂຈມຕີຄ້າຍມົງກາດາ ຄົບຮອບ 69 ປີ
ໃນວັນທີ 26 ກໍລະກົດ 2022 ທີ່ມະຫາວິທະຍາໄລ ສຸພານຸວົງ, ແຂວງຫຼວງພະບາງ, ອົງການປົກຄອງແຂວງຫຼວງພະບາງ, ມະຫາວິທະຍາໄລສຸພານຸວົງ ແລະ ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ຈັດ
ພິທີປາຖະກະຖາວັນບຸກໂຈມຕີຄ້າຍມົງກາດາ ຄົບຮອບ 69 ປີ (26/07/1953-26/07/2022), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະ ຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫາຍ ນາງ ແອນນາ ເອັດເຕ ວຽງ ວາເດຣ (Enna Esther Viant Valdes), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ, ສະຫາຍ ອຈ ນາງດາວອນ ສີສຸລາດ ຄະນະພັກຮາກຖານ, ຮອງອະທິ ການບໍດີມະຫາວິທະຍາໄລສຸພານຸວົງ, ສະຫາຍ ສູນທອນ ສິລິສັກ, ຮອງປະທານສະມາຄົມມິດຕະພາບ ລາວ-ກູບາ. ນອກນັ້ນ, ຍັງມີພະນັກງານຈາກຂະແໜງການອ້ອມຂ້າງແຂວງຫຼວງພະບາງ, ຄູອາຈານ ແລະ ນັກສືກສາຈາກມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມຮັບຟັງຈຳນວນ 274 ຄົນ; ຍິງ 84 ຄົນ.
ສະຫາຍ ນາງ ແອນນາ ເອັດເຕ ວຽງ ວາເດຣ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ໄດ້ໃຫ້ກຽດຂື້ນກ່າວປາຖະກະຖາ ຊຶ່ງໄດ້ທວນຄືນມູນເຊື້ອການຕໍ່ສູ້ກູ້ຊາດໃນໄລຍະຜ່ານມາຂອງ ກູບາ, ພິເສດແມ່ນການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນກູບາ-ລາວອ້າຍນ້ອງ ໃນການຕ້ານພວກລັດທິລ່າເມືອງຂຶ້ນແບບໃໝ່ ພາຍໃຕ້ການນຳພາປີຊາສາມາດຂອງພັກກອມມູນິດ ກູບາ ໂດຍມີ ສະຫາຍ ຟີເດນ ກາຣໂຕຼຣຸດ ເປັນຜູ້ນຳໜ້າ ຈຶ່ງສາມາດຍາດໄດ້ໄຊຊະນະໃນບັ້ນຮົບວັນບຸກໂຈມຕີຄ້າຍມົງກາດາ, ໃນວັນທີ 26 ກໍລະກົດ 1953, ໄຊຊະນະດັ່ງກ່າວໄດ້ກາຍ ເປັນບາດລ້ຽວອັນສໍາຄັນ ຂອງການປະຕິວັດກູບາ ແລະ ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດຂອງປະຊາຊົນກູບາ-ລາວ ອ້າຍນ້ອງ. ພ້ອມນີ້ ສະຫາຍ ເອກອັກຄະລັດຖະທູດ ຍັງຍົກໃຫ້ເຫັນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງ ສ. ກູບາ, ໃນປະຈຸບັນ ພາຍໃຕ້ການນຳພາອັນສະຫຼາດສອງໃສ ແລະ ໜັກແໜ້ນຂອງພັກ ເຮັດໃຫ້ ສ.ກູບາ ມີສະ ຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມຂະຫຍາຍຕົວ ເຖິງວ່າຈະມີຄວາມຫຍຸ້ງຍາກຈາກການປິດລ້ອມຂວ້ຳບາດເປັນເວລາຫຼາຍທົດສະວັດ, ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ, ການແພດ, ກະສິກຳ, ວິ ທະຍາສາດ ແລະ ເຕັກໂນໂລຢີ ມີການພັດທະນາທັນສະໄໝ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ນອກນັ້ນ, ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພຶ່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນ 2 ຊາດ ກູບາ ແລະ ລາວ.
ໃນຕອນທ້າຍຂອງພິທີ ສະຫາຍນາງ ວຽນວິໄລ ດີລະພັນ, ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງມີ 6 ແຂວງຫຼວງພະບາງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕ່າງໜ້າການນຳແຂວງ ສະແດງຄວາມຂອບໃຈ ແລະ ອວຍພອນໃຫ້ແກ່ ສະຫາຍ ນາງ ແອນນາ ເອັດເຕ ວຽງ ວາເດຣ, ເອກອັກຄະລັດຖະທູດ ກູບາ ປະຈໍາ ສປປ ລາວ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ມີກຽດຂອງສະຫາຍ
ມີ 28 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 843 |
![]() | ມື້ວານນີ້ | 191 |
![]() | ອາທິດນີ້ | 1105 |
![]() | ເດືອນນີ້ | 1268 |
![]() | ທັງໝົດ | 240128 |