​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ຂ່າວພິທີປາຖະກະຖາ 2 ວັນປະຫວັດສາດ
  • ຄະນະໂຄສະນາອົບຮົມແຂວງລົງເຜີຍແຜ່, ເຊ
  • ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບ
  • ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊ
 

ຂ່າວພິທີປາຖະກະຖາ 2 ວັນປະຫວັດສາດ

ໃນຕອນເຊົ້າເວລາ 8: 00 ໂມງ ຂອງວັນທີ 23/05/2023 ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖ...
 

ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະກາງສະໄໝທີ I

ໃນວັນທີ 16-17 ມີນາ 2023 ຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດສາຂາຫຼວງພະບາງ ໄດ້ດຳເນີນກອງປະຊຸມຄ...
 

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 113 ປີ.

ຫົວຂໍ້ຂ່າວ  ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ  ສ້າງຂະບວນການອອກແຮງງານໃຫ້ແກ່ວັນສ້...
 

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V

ໜ່ວຍພັກ ສະຫະພັນກໍາມະບານແຂວງຫຼວງພະບາງ  ສໍາເລັດກອງປະຊຸມຄົບຄະນະ ກາງສະໄໝທີ V --------...
 

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຫຼວງພະບາງ.

ກອງປະຊຸມສະຫຼຸບຕີລາຄາກາງສະໄໝກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື...
Previous
Next

ຂ່າວໃໝ່

ສະເຫຼີມສະຫຼອງວັນສ້າງຕັ້ງຫະພັນແມ່ຍິງລາວ ຄົບຮອບ 67 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງຫະພັນແມ່ຍິງລາວ ຄົບຮອບ 67 ປີ


ຕອນເຊົ້າວັນທີ 18 ກໍລະກົດ 2022 ທີ່ສະໂມສອນໃຫຍ່ນະຄອນຫລວງພະບາງ ມີພິທີຈັດຕັ້ງໂຮມຊຸມນຸມຂຶ້ນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ, ເຈົ້ານະຄອນຫລວງພະບາງ, ສະຫາຍນາງ ສີລິພອນ ສຸພັນທອງ ກຳມະການປະຈຳພັກແຂວງ

ຮອງເຈົ້າແຂວງ ຫຼວງພະບາງ. ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ IX,  ມີບັນດາຄະນະໜ່ວຍຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງ,ນອນຄອນ ແລະ ພັນລະຍາຂອງການນຳແຂວງ, ນະຄອນ, ພະນັກງານອາວຸໂສ-ບຳນານ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີແມ່ນໄດ້ຮັບຊົມການສະແດງສີລະປະວັນນະຄະດີບົດຝ້ອນ 5 ລາຍການຈາກເອື້ອຍນ້ອງແມ່ຍິງບ້ານມະໂນ ນະຄອນ-ຫລວງພະບາງ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ໃນວາລະພິທີ ສະຫາຍ ນາງ ອິນທະວອນ ພົມມະຈັນ ຂຶ້ນຜ່ານຜົນງານການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງແຂວງ ໃນໄລຍະ 1 ປີ ຜ່ານມາ ເຊິ່ງເນື້ອໃນໄດ້ສ່ອງແສງເຖິງການຕີລາຄາວຽກງານການເມືອງ-ແນວຄິດ, ວຽກງານການຈັດຕັ້ງ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ໜ້າທີ່ຄວາມຮັບຜິດຊອບການເມືອງ ຂອງສະພັນແມ່ຍິງແຂວງ ຕິດພັນກັບມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະຫະພັນແມ່ຍິງແຂວງວາງອອກ, ສືບຕໍ່ຜັນຂະຫຍາຍ ວຽກງານ 3 ດີ ເຂົ້າສູ່ລວງເລິກ, ຕິດພັນກັບການຜັນຂະຫຍາຍເຊື່ອມຊຶມ 2 ວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ໄລຍະ 1 ປີ ຜ່ານມາ ສະຫະພັນແມ່ຍິງແຂວງ ໄດ້ມີຜົນສຳເລັດ ແລະ ມີຜົນງານຫລາຍດ້ານເປັນຕົ້ນແມ່ນການຈັດຕັ້ງປະຕິບັດກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງລາວຢ່າງເປັນລະບົບ, ໄດ້ປະກອບສ່ວນຊ່ວຍສັງຄົມ ໃນການຮັບບໍລິຈາກເລືອດ, ລະດົມອຸປະກອນງົບປະມານຕ່າງໆຊ່ວຍເຫຼືອໄພພິບັດທາງທຳມະຊາດ, ຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດໃຫ້ເຂົາເຈົ້າໄດ້ຮັບການສຶກສາໃນເກນອາຍຸເຂົ້າຮຽນ, ຊຸກຍູ້ຝຶກອົບຮົມວິຊາຊີບໃຫ້ເອື້ອຍນ້ອງແມ່ຍິງພາຍໃນແຂວງ, ຊຸກຍູ້ຊ່ວຍເຫຼືອກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນການປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ອື່ນໆ ຕາມເງື່ອນໄຂທ່າແຮງຂອງສະຫະພັນແມ່ຍິງແຂວງ.
ພິທີໂຮມຊຸມນຸມໃນຄັ້ງນີ້ ໃຫ້ກຽດຂຶ້ນປາຖະກະຖາເລົ່າມູນເຊື້ຶອຂອງ ສະຫາຍ ນາງ ວຽງວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງເນື້ອໃນດັ່ງກາ່ວໄດ້ຫວນຄືນປະຫວັດສາດອົງອາດກ້າຫານຂອງແມ່ຍິງລາວ ໃນຕ່ລະໄລຍະ ເປັນຕົ້ນໄລຍະຕໍ່ສູ້ຕ້ານຈັກກະພັດຝຣັ່ງ, ຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມືຂາຍຊາດ ໃນໄລຍະຕໍ່ສູ້ກູ້ຊາດ, ເນື້ອໃນຈິດໃຈຄວາມໝາຍຄວາມສຳຄັນ ຂອງການສ້າງຕັ້ງສະຫະພັນແມ່ຍິງລາວຂຶ້ນ ໃນຄັ້ງ ວັນທີ 20 ກໍລະກົດ 1955 ເພື່ອເປັນການສັນລະເສີນຜົນງານຄວາມເອກອ້າງທະນົງໃຈຂອງແມ່ຍິງລາວ, ທີ່ໄດ້ປະກອບສ່ວນເຂົ້າໃນໜ້າທີ່ການເມືອງຂອງພັກ-ລັດ ແຕ່ລະໄລຍະໃຫ້ສອດຄ່ອງກັບແນວທາງຂອງພັກວາງອອກ, ໃນນັ້ນຜົນງານການເຄື່ອນໄຫວຂອງແມ່ຍິງແຕ່ລະຂັ້ນ, ແຕ່ລະໄລຍະທີ່ພັກ-ລັດຖະບານໄດ້ບັນທຶກເຂົ້າໃນປະຫວັດສາດ ກໍ່ຄື ການປະກອບສ່ອນເຂົ້າໃນການພັດທະນາປະເທດຊາດ ເພື່ຶອເປັນຂໍ້ມູນໃຫ້ແກ່ຄົນຮຸ່ນໃໝ່ໄດ້ສຶກສາຄົ້ນຄວ້າ ແລະ ສືບທອດຮ່ຳຮຽນເອົາ ແລະ ເພື່ອເປັນແວ່ນແຍ້ງອັນໃສແຈ້ງ, ເປັນມູນເຊື້ອທີ່ຕິດພັນກັບການດຳລົງຊີວິດປະຈຳວັນ, ເປັນບ່ອນອີງໃຫ້ແກ່ແມ່ຍິງລາວໃນການໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງເພື່ອປະກອບສ່ວນເຂົ້າໃນສັງຄົມ, ເປັນປະຫວັດສາດທີ່ມີການສືບຕໍ່ເສີມຂະຫຍາຍໃຫ້ສອດຄ່ອງກັບລະບຽບກົດໝາຍຂອງພັກ-ລັດວາງອອກ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີຮັກແພງກັບປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ກໍ່ຄື ແຂວງຫລວງພະບາງຂອງພວກເຮົາ.
ທ້າຍພິທີ ສະຫາຍ ນາງ ວຽນວິໄລ ດີລະພັນ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ສະຫະພັນແມ່ຍິງແຂວງຍາດມາໄດ້ ໃນໄລຍະ 1 ປີ ຜ່ານມາ, ໃນນັ້ນຍັງໄດ້ແລກປ່ຽນຄຳຄິດຄຳເຫັນເໜັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໜທີ IX, ຕາງໜ້າຄະນະໜ່ວຍຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງໃຫ້ສືບຕໍ່ເສີມຂະຫຍາຍວຽກງານແມ່ຍິງລາວ ໃຫ້ສອດຄ່ອງກັບ 4 ບຸກທະລຸ ຂອງພັກວາງອອກ ຕິດພັນໂດຍກົງກັບ ຂໍ້ແຂ່ງຂັນແມ່ຍິງ 3 ດີ ຕາມມາດຖານເງື່ອນໄຂຕົວຈິງຂອງແຕ່ລະບ່ອນ ດ້ວຍແນວຄິດບຸກທະລຸ ດ້ານຈິນຕະນາການທີມີລັກສະນະວິທະຍາສາດ ສອດຄ່ອງກັບຮີດຄອງປະເພນີຂອງບັນດາເຜົ່າ, ຂອງຊາດ ຕາມລະບຽບກົດໝາຍ ຢ່າງເປັນລະບົບ, ໃຫ້ສົມຄູ່ກັບນາມມະຍົດ ແລະ ໜ້າທີ່ການເມືອງຂອງພັກ-ລັດໄດ້ມອບໝາຍໃຫ້ ດ້ວຍຈິດໃຈອັນປອດໃສ, ເຂັ້ມແຂງ ແລະ ໜັກແໜັ້ນ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

212558
ມື້ນີ້ມື້ນີ້50
ມື້ວານນີ້ມື້ວານນີ້189
ອາທິດນີ້ອາທິດນີ້20
ເດືອນນີ້ເດືອນນີ້782
ທັງໝົດທັງໝົດ212558