​ຊົມ​ເຊີມ​ວັນ​ສ້າງ​ຕັ້ງ​ພັກ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຄົບ​ຮອບ 67 ປີ ຢ່າງ​ສຸດ​ໃຈ.

ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຄຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ ຄົບ​ຮອບ 67 ປີ.

  • ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເ
  • ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫ
  • ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍ
  • ຄະນະໂຄສະນາອົບຮົມແຂວງລົງເຜີຍແຜ່, ເຊ
  • ຄະນະນຳຄະນະໂຄສະນາອົບຮົມແຂວງ ຊຸກຍູ້ວ
  • ໜ່ວຍຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມ
 

ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 5-7 ມິຖຸນາ 2023 ນີ້ ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊີນລາ ນຳໂດຍ ສະຫາຍ ນາງ ...
 

ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ໃນຕອນເຊົ້າ ຂອງວັນທີ 11 ສິງຫາ 2023 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຫ້ອງການຄະນະໂຄສະນາອົບຮົມສູ...
 

ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຈອມເພັດ

ວັນທີ 29 ກັນຍາ 2023 ຢູ່ທີ່ສູນຝຶກອົບຮົມເມືອງຈອມເພັດ ຄະນະໂຄສະນາອົບຮົມແຂວງເຄື່ອນໄຫວຊຸກຍູ້ວຽກງ...
 

ຄະນະໂຄສະນາອົບຮົມແຂວງລົງເຜີຍແຜ່, ເຊື່ອມຊືມເອກະສານບັນຫາພື້ນຖານກ່ຽວກັບວຽກງານ ສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ສານປະຊາຊົນແຂວງຫຼວງພະບາງ

ໃນຕອນບ່າຍ ຂອງວັນທີ 2 ຕຸລາ 2023 ນີ້ ຢູ່ທີ່ຫ້ອງປະຊຸມ ສານປະຊາຊົນແຂວງຫຼວງພະບາງ; ທ່ານ ນາງ ວຽນວິໄລ ດີລະ...
 

ຄະນະນຳຄະນະໂຄສະນາອົບຮົມແຂວງ ຊຸກຍູ້ວຽກງານຢູ່ ນະຄອນ ຫລວງພະບາງ

ຕອນບ່າຍຂອງວັນທີ 28 ກັນຍາ 2023 ນີ້ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂ...
Previous
Next

ຂ່າວໃໝ່

ພິທີປະດັບການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງ ທີມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດແລະ ພັດທະນາ 2016-2020 ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ຢູ່ທີຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໄດ້ຈັດພິທີປະດັບຫຼຽນ-ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ, ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ໄລຍະ 5 ປີ (2016-2020) ແລະ ປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ 2020-2025 ຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສີວອນ ວົງຄຳຈັນ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງ, ມີຫົວໜ້າພະແນກ, ຮອງພະແນກ ແລະ ແຂກຖືກເຊີນຈາກອ້ອມຂ້າງແຂວງຕະຫຼອດຮອດຫົວໜ້າຂະແໜງ, ພະນັກງານວິຊາການທີ່ໄດ້ຮັບຫຼຽນ ແລະ ໃບຍ້ອງຍໍເຂົ້າຮ່ວມ.

ໃນພິທີ ສະຫາຍ ສີວອນ ວົງຄຳຈັນ ກໍໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີ (2016-2020) ແລະ ປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ 2020-2025, ເຊິ່ງໄດ້ກ່າວເຖິງຜົນສຳເລັດໃນຫຼາຍດ້ານເປັນຕົ້ນ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນໃນຂົງເຂດຂອງຕົນ, ການຈັດຕັ້ງວຽກງານວິຊາສະເພາະຂອງຂະແໜງການກ່ຽວຂ້ອງ, ການສົ່ງເສີມການຜະລິດສະບຽງອາຫານ, ການປູກຝັງລ້ຽງສັດ ແລະ ອື່ນໆ ທີ່ຊ່ວຍໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫຼວງພະບາງໄດ້ຫຼຸດຜ່ອນສະພາບການຂາດແຄນສະບຽງອາຫານ.

ໂດຍອີງຕາມລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 154/ປປທ, ລົງວັນທີ 14 ກັນຍາ 2022 ແລະ ດໍາລັດ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 363/ນຍ, ລົງວັນທີ 14 ກັນຍາ 2022. ສະຫາຍ ນາງ ວຽນວິໄລ ດີລະພັນ ຕາງໜ້າໃຫ້ຄະນະປະຈໍາພັກແຂວງ ໃຫ້ກຽດຂຶ້ນມອບຫຼຽນໄຊແຮງງານ ຊັ້ນ I ຈໍານວນ 4 ສະຫາຍ; ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 16 ສະຫາຍ; ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 22 ສະຫາຍ, ຍິງ 4 ສະຫາຍ; ຫຼຽນກາແຮງານ ຈໍານວນ 32 ສະຫາຍ, ຍິງ 5 ສະຫາຍ; ແລະ ຍ້ອງຍໍລັດຖະບານ ຈໍານວນ 64 ສະຫາຍ, ຍິງ 20 ສະຫາຍ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລ່ວງເລິກ ໄລຍະ 5 ປີ (2016-2020).

ທ້າຍພິທີ ສະຫາຍ ນາງ ວຽນວິໄລ ດີລະພັນ ໄດ້ມີຄໍາເຫັນຊີ້ນໍາເນັ້ນໜັກ ໃຫ້ບັນດາສະຫາຍສະມາຊິກພັກ ເອົາໃຈໃສ່ ເນື້ອໃນຮັກຊາດ ແລະ ພັດທະນາ, ສືບຕໍ່ເອົາໃຈໃສ່ວຽກການສຶກສາອົບຮົມການເມືອງແນວຄິດພະນັກງານລັດຖະກອນໃຫ້ເປັນປົກກະຕິ ແລະ ເລິກເຊິ່ງ, ເນັ້ນໜັກໃຫ້ບັນດາຂະ ແໜງການກວດກາຄືນແຜນການປະຕິບັດຂໍ້ແຂ່ງຂັນ 2020-2025 ກ່ຽວກັບຜົນສຳເລັດ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້. ນອກຈາກນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແທດເໝາະກັບສະພາບການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການກ່ຽວຂ້ອງເພື່ອສູ້ຊົນພັດທະນາຂະແໜງການຂອງຕົນໃຫ້ເຂັ້ມແຂງ ເນັ້ນໜັກຄັດເລືອກບຸກຄົນດີເດັ່ນພາຍໃນ 5 ປີ ຕໍ່ໜ້າຢ່າງມີຄຸນນະພາບເພື່ອໃຫ້ບັນດາສະມາຊິກພັກໄດ້ຝຶກຝົນຫຼໍ່ຫຼອມຕົນເອງຢ່າງບໍຢຸດຢັ້ງ.

ບັນນາທິການຂ່າວ ຄອຂ ກວດແກ້: ບຸນທະວີ ສົມມະນີ  ຂຽນໂດຍ: ອານຸພາບ ພັນໂດລັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 78  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

240135
ມື້ນີ້ມື້ນີ້850
ມື້ວານນີ້ມື້ວານນີ້191
ອາທິດນີ້ອາທິດນີ້1112
ເດືອນນີ້ເດືອນນີ້1275
ທັງໝົດທັງໝົດ240135