ທ່ານ ນາງ ວຽນວິໄລ ດີລະພັນ ຢ້ຽມຢາມແລະຊີ້ນໍາຄະນະໂຄສະນາອົບຮົມເມືອງປາກແຊງ
--------------------------------------------
ທ້າຍເດືອນ ມີຖຸນາ 2021ນີ້. ໃນໂອກາດທີ່ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະຄະນະ ໄດ້ລົງມາເຄື່ອນໄຫວວຽກງານ ຢູ່ເມືອງປາກແຊງ.ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດຄັ້ງທີ IX ແລະຜົນສໍາເລັດກອງປະຊຸມສະມາຊິກສະພາປະຊາຊົນແຂວງ ຊຸດທີ II ກໍໄດ້ໄປຢ້ຽມຢາມ ແລະຊຸກຍູ້, ຕິດຕາມ ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານໂຄສະນາອົບຮົມຂອງເມືອງ,ໂດຍມີຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງພ້ອມດ້ວຍຄະນະ ແລະ ພະນັກງານ ໃຫ້ການຕ້ອນຮັບ.
ເມືອງວຽງຄຳ ແຂວງຫຼວງພະບາງເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ II
ໃນວັນທີ 28 ມິຖຸນາ 202 1 ນີ້ ທີ່ສະໂມສອນໃຫຍ່ ຂອງເມືອງວຽງຄໍາ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງ, ນຳພາຄຸ້ມຄອງຂັ້ນເມືອງ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ, ສະຫາຍ ປອ ພູທອນ ຫຼວງວິໄລ ຮອງອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຫຼວງພະບາງ, ມີສະຫາຍຮອງເລຂາພັກເມືອງ,
ໃນລະຫວ່າງວັນທີ 17-18 ມິຖຸນາ 2021 ນີ້ ຢູ່ສະໂມສອນໃຫຍ່ ຂອງເມືອງໂພນໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະມະຕິ IX ຂອງອົງຄະນະພັກເມືອງໂພນໄຊ
ໃນລະຫວ່າງວັນທີ 22-23 ມິຖຸນາ ນີ້ ຢູ່ສະໂມສອນໃຫຍ່ ຂອງເມືອງປາກແຊງ ໄດ້ຈັດກອງປະຊຸມເຜີຍແຜ່, ມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະມະຕິ VI ຂອງອົງຄະນະພັກເມືອງປາກແຊງ
ວັນທີ 15 ມີຖຸນາ ຜ່ານມານີ້ ທີມງານຄະນະໂຄສະນາອົບຮົມເມືອງຊຽງເງິນ ໄດ້ຈັດຕັ້ງພິທີຮໍ່າຮຽນເອກະສານ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວຢູ່ ຫ້ອງປະຊຸມສານປະຊາຊົນເຂດ 3 ເມືອງຊຽງເງິນ ໂດຍເປັນປະທານ ແລະເຜີຍແຜ່ເອກະສານ ຂອງສະຫາຍ ຈະຕຸບຸດ ກອງທອງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຄົ້ນຄ້ວາ ຄັດເລືອກ ຈາກບັນດາໜ່ວຍພັກຂອງຄະນະພັກ ຢູ່ບັນດາສໍານັກງານ-
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 130 |
![]() | ມື້ວານນີ້ | 117 |
![]() | ອາທິດນີ້ | 712 |
![]() | ເດືອນນີ້ | 1217 |
![]() | ທັງໝົດ | 122057 |