ວັນທີ 14-15 ມິຖຸນາ ຜ່ານມານີ້ ຢູ່ສະໂມສອນໃຫຍ່ຂອງເມືອງວຽງຄໍາໄດ້ຈັດຕັ້ງພິທີເຜີຍແຜ່, ມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະມະຕິ XII ຂອງອົງຄະນະພັກເມືອງວຽງຄຳ ມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ສະຫາຍ ສະຫາຍ ຊາຍພອນ ຈັນທຸມມາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄຳ, ພ້ອມດ້ວຍ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ-ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ. ພິທີ ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມໃຫຍ່ ສະໄໝ XI ຂອງພັກ, ມະຕິ VIII ຂອງອົງພັກແຂວງຫຼວງພະບາງ ແລະ ມະຕິ XII ຂອງອົງຄະນະພັກເມືອງວຽງຄຳ ເພື່ອປະຕິບັດເນື້ອໃນຂອງມະຕິກົມການເມືອງສູນກາງພັກ, ກໍ່ຄືແຜນພັດທະນາ
ໃນລະຫວ່າງ ວັນທີ 10-11 ມີຖຸນາ 2021 ທາງ ຄະນະໂຄສະນາອົບຮົມ ນະຄອນ-ຫຼວງພະບາງ ໄດ້ຈັດຝຶກອົບຮົມ ຮຽນເອກະສານສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າ ເປົ້າໜາຍ ຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຢູ່ຫ້ອງປະຊຸມຂອງ ຫ້ອງວ່າການ ນະຄອນ-ຫຼວງພະບາງ ຂື້ນຢ່າງເປັນທາງການ, ໂດຍເປັນປະທານຂອງ ສະຫາຍ ວີເຮີ ເຊ່ຍໄມ ກຳມະການປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນ-ຫຼວງພະບາງ ທີ່ມີຄະນະຮັບຜິດຊອບ, ວິທະຍາກອນ ແລະສຳມະນາກອນ ທີ່ເປັນມະຫາຊົນ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໄດ້ໝູນວຽນມາອີກວາລະໜຶ່ງສະນັ້ນມາໃນຕອນເຊົ້າວັນທີ 1 ມີຖຸນາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂື້ນຢ່າງເປັນທາງການ ຢູ່ທີ່ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ນຳພາໂດຍ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມໂດຍ ທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ສະຫວັດດີການ ແລະ ປະກັນສັງຄົມ, ມີຄະນະພັກ, ຫົວໜ້າ, ຮອງຫົວໜ້າຄະແໜງ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ມອບ-ຮັບໜ້າທີ່ ປະທານ ແລະຄະນະປະຈໍາສະພາປະ ຊາຊົນແຂວງຫຼວງພະບາງ
ພິທີມອບ-ຮັບໜ້າທີ່ ລະຫວ່າງ ປະທານ ແລະຄະນະປະຈໍາສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ 1 ແລະຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2021 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ພ້ອມດ້ວຍ ຄະນະປະຈຳສະພາປະຊາຊົນແຂວງຫລວງພະບາງ ເຂົ້າຮ່ວມ.
ມອບ-ຮັບ ຫົວຫນ້າຄະນະໂຄສະນາອົບຮົມແຂວງຜູ້ໃຫມ່
ວັນທີ່ 22 ເມສາ 2021 ນີ້ ຢູ່ຫ້ອງປະຊຸມຂອງ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ ມີຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງ ແລະພະນັກງານລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ. ພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 117 |
![]() | ມື້ວານນີ້ | 117 |
![]() | ອາທິດນີ້ | 699 |
![]() | ເດືອນນີ້ | 1204 |
![]() | ທັງໝົດ | 122044 |