ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດໄດ້ໝູນວຽນມາອີກວາລະໜຶ່ງສະນັ້ນມາໃນຕອນເຊົ້າວັນທີ 1 ມີຖຸນາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂື້ນຢ່າງເປັນທາງການ ຢູ່ທີ່ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ນຳພາໂດຍ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມໂດຍ ທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ສະຫວັດດີການ ແລະ ປະກັນສັງຄົມ, ມີຄະນະພັກ, ຫົວໜ້າ, ຮອງຫົວໜ້າຄະແໜງ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ມອບ-ຮັບໜ້າທີ່ ປະທານ ແລະຄະນະປະຈໍາສະພາປະ ຊາຊົນແຂວງຫຼວງພະບາງ
ພິທີມອບ-ຮັບໜ້າທີ່ ລະຫວ່າງ ປະທານ ແລະຄະນະປະຈໍາສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ 1 ແລະຊຸດທີ 2 ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2021 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ພ້ອມດ້ວຍ ຄະນະປະຈຳສະພາປະຊາຊົນແຂວງຫລວງພະບາງ ເຂົ້າຮ່ວມ.
ມອບ-ຮັບ ຫົວຫນ້າຄະນະໂຄສະນາອົບຮົມແຂວງຜູ້ໃຫມ່
ວັນທີ່ 22 ເມສາ 2021 ນີ້ ຢູ່ຫ້ອງປະຊຸມຂອງ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ຂື້ນຢ່າງເປັນທາງການ. ໂດຍເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ ມີຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງ ແລະພະນັກງານລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ. ພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ
ໃນລະຫວ່າງກາງເດືອນ ເມສາ 2021 ຜ່ານມານີ້ ຄະນະນໍາຂອງເມືອງວຽງຄໍາ ນໍາພາໂດຍສະຫາຍ ຊາຍພອນ ຈັນທຸມມາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງວຽງຄໍາ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ເພື່ອສະແດງເຖິງຄວາມອາໄລຮັກ, ຮູ້ບຸນຄຸນຢ່າງສຸດຊຶ້ງ ແລະຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້
ກຸ່ມເນີນສະຫວ່າງເມືອງນານເປີດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຊຸດທີ 1.
ໃນຕອນເຊົ້າຂອງວັນທີ 31 ມີນາ 2021 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມກຸ່ມບ້ານເນີນສະຫວ່າງ ເມືອງນານ ແຂວງຫຼວງພະບາງ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຂື້ນ ໂດຍການເປັນປະທານພິທີເປີດຂອງທ່ານ ບຸນທີ ມະນີວົງ ຮອງເລຂາພັກເມືອງ, ມີທ່ານ ຄໍາກອງ ທຳມະເທວາ ຮອງກົມໂຄສະນາອົບຮົມສູນກາງພັກ, ທ່ານ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີພະນັກງານ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 105 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1444 |
![]() | ເດືອນນີ້ | 7268 |
![]() | ທັງໝົດ | 178771 |