ກອງບັນຊາການທະຫານເມືອງຈອມເພັດ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບຄົບຮອບ 72 ປີ
ໃນທ້າຍເດືອນມັງກອນ 2021 ນີ້, ທາງກອງບັນຊາການທະຫານ ເມືອງຈອມເພັດ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ຢູ່ທີ່ສະໂມສອນຂອເມືອງຈອມເພັດ ໂດຍການເປັນປະທານ ຂອງສະຫາຍ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ນາຍ ແລະພົນຕຳຫຼວດ, ນາຍ ແລະ ພົນທະຫານ, ຕະຫຼອດຮອດພະນັກງານພາຍໃນເມືອງຈອມເພັດ, ເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອເປັນການລະນຶກເຖິງບຸນຄຸນຂອງພະນັກງານ - ນັກລົບ ແລະ ບັນພະບູລຸດ ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດຊາດ ພາຍໃຕ້ການຊີ້ນຳ - ນຳພາ ຂອງພັກປະຊາຊົນປະຕິວັດລາວ, ຈົນສາມາດຍາດໄດ້ໄຊຊະນະ ແລະ ສາຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2
ປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ(1 ກຸມພາ 1956 - 1 ກຸມພາ 2001).
ໃນຕອນເຊົ້າ ເວລາ 8 :໐໐ໂມງນາທີ ຂອງວັນທີ 9/2/2011 ທີ່ຫໍປະຊຸມໃຫ່ຍຂອງເມືອງໂພນໄຊ ໄດ້ຈັດ ພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (1 ກຸມພາ 1956 - 1 ກຸມພາ 2011). ໃນນີ້ໃຫ້ກຽດເປັນປະທານ ແລະ ຂື້ນປາຖະກະຖາ ໂດຍ: ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໄຊ, ເຂົ້າຮ່ວມມີສະຫາຍຮອງເລຂາພັກເມືອງ, ສະຫາຍຮອງເຈົ້າເມືອງ, ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອຳນວຍການໂຮງຮຽນ-ໂຮງໝໍ, ນາຍ ແລະ ພົນຕຳຫຼວດ, ນາຍ ແລະ ພົນທະຫານ, ສູນບໍລິການໄຟຟ້າ-ນໍ້າປະປາ, ທະນາຄານ ແລະ ສະມາຊິກພັກ-ພະນັກງານລັດຖະກອນອ້ອມຂ້າງເມືອງ ມີຜູ້ເຂົ້າຮ່ວມທັງໝົດ 109 ທ່ານ, ຍິງ 35 ທ່ານ, ສະມາຊິກພັກ 94 ສະຫາຍ,ຍິງ 31 ສະຫາຍ.
ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫຼວງພະບາງ ເຊື່ອມເອກະສານ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ.
ໃນຕົ້ນເດືອນ ກຸມພາ 2021 ຜ່າມນີ້. ຢູ່ທີ່ຫ້ອງປະຊຸມ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ໄດ້ຈັດ ພິທີ ເຊື່ອມເອກະສານ ວຽກງານສັງລວມ-ຫາງສຽງສັງຄົມ. ໂດຍໃຫ້ກຽດເປັນປະທ່ານ ຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງ ສູນກາງພັກ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກ ໜົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີຄະນະປະຈຳ ຄະນະຊາວໜຸ່ມແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງ, ສະມາຊິກພັກ, ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດອົບຮົມໃຫ້ແກ່ສະມາຊິກພັກ ໃໝ່ ຊຸດທີ່ II ປະຈຳປີ 2021
ໃນລະຫວ່າງວັນທີ່ 27-28 ມັງກອນ ຜ່ານມານີ້; ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດອົບຮົມໃຫ້ແກ່ສະມາຊິກພັກ ໃໝ່ ຊຸດທີ່ II ປະຈຳປີ 2021 ຢູ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນ ແລະສຳມະນາກອນມາຈາກຮາກຖານພັກ ແລະໜ່ວຍພັກອ້ອມຂ້າງແຂວງ, ເປັນຕົ້ນ ຄະນະພັກຮາກຖານພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ຄະນະພັກຮາກຖານພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະພັກຮາກຖານພະແນກສາທາລະນະສຸກ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ, ຄະນະພັກພະແນກການເງີນ ແລະໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳນວນ 24 ສະຫາຍ, ຍິງ 5 ສະຫາຍ
ຂ່າວ ຄະນະໂຄສະນາອົບຮົມ ເມືອງວຽງຄຳ ແຂວງຫຼວງພະບາງ
ເຄືອນໄຫວອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ຢູ່ຮາກຖານບ້ານພາຍໃນ
ໃນລະຫວ່າງວັນທີ 22-23 ມັງກອນ ປີ 2021 ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງວຽງຄຳ ແຂວງຫຼວງພະບາງ ລົງເຄື່ອນໄຫວ ອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໃຫ້ມະຫາຊົນຜູ້ມີຄວາມກ້າວໜ້າ ປະຈຳງວດ 1 ປີ 2021 ຢູ່ຮາກຖານບ້ານພາຍໃນ 4 ກຸ່ມພັດທະນາຄື: ກຸ່ມພັດທະນາມົກຄະ, ກຸ່ມພັດທະນາພູສະນາມ, ກຸ່ມພັດທະນາເມືອງໝ້ວຍ ແລະ ກຸ່ມພດທະນາສົບເຮືອງ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມບ້ານຈຸດສຸມພາຍໃນແຕ່ກຸ່ມບ້ານພັດທະນາ ໂດຍພາຍໃຕ້ການນຳພາ ພ້ອມທັງໃຫ້ກຽດຂຶ້ນບັນຍາຍເອກະສານຂອງ ສະຫາຍ ນາງ ບຸນເລື່ອມ ແກ້ວດວງຈິດ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາສະຫາຍເລຂາ, ຮອງເລຂາພັກບ້ານ, ຄະນະບ້ານ ຕະຫຼອດຮອດມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຈຳນວນ 51 ສະຫາຍ, ຍິງ 8 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1437 |
![]() | ເດືອນນີ້ | 7261 |
![]() | ທັງໝົດ | 178764 |