ໃນຕອນບາຍ ຂອງວັນທີ 22 ທັນວາ 2022 ນີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຜີຍແຜ່, ເຊື່ອມຊືມ ຄໍາສັ່ງແນະນໍາ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 06/ຄປພຂ-ຫຼບ, ລົງວັນທີ 31 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະເອກະສານບັນກາພື້ນຖານກ່ຽວກັບວຽກງານສັງລວມ-ເກັບກຳຫາງສຽງສັງຄົມ ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ; ເຂົ້າຮ່ວມມີ ທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຂະແໜງການຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຫວ່າງບໍ່ດົນມານີ້, ໜ່ວຍພັກບ້ານ ຈົກ, ໜ່ວຍພັກບ້ານ ຫ້ວຍໝ້ຽງ ແລະ ໜ່ວຍພັກບ້ານ ກົກງີ້ວ ເມືອງຈອມເພັດ ຈັດພິທີເລື່ອນມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂື້ນສົມບຸນ ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງບ້ານ ຈົກ ເມືອງຈອມເພັດ ໃນວັນທີ່ 16 ທັນວາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ນ. ສົມສະໝອນ ຄໍາສຸກສະຫວັດ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງຈອມເພັດ, ມີບັນດາ ກໍາມະການພັກເມືອງ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ລະຫວ່າງວັນທີ 12 ຫາ 14 ຕຸລາ 2022 ຜ່ານມານີ້, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນຂອງພັກ-ລັດ ໃຫ້ປະຊາຊົນຮັບຮູ້ຢູ່ເມືອງໂພນໄຊ ແຂວງຫຼວງພະບາງ ລວມ ມີ 5 ຈຸດ ຄື:
ວັນທີ 12 ຕຸລາ 2022 ນີ້, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນຂອງພັກ-ລັດ ຢູ່ທີ່ຫ້ອງປະຊຸມຂອງເມືອງໂພນໄຊ ແຂວງຫຼວງພະບາງ ຊຶ່ງເປົ້າໝາຍ ຂອງຜູ້ເຂົ້າຮ່ວມ ຮັບຟັງການເຜີຍແຜ່
ໜ່ວຍຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມແຂວງ ປະເມີນຂໍ້ແຂ່ງຂັນ 4 ບຸກ ຮອບ II ຄັ້ງທີ່ 2 ປະຈໍາປີ 2022
ຕອນເຊົ້າວັນທີ 6 ຕຸລາ 2022 ຜ່ານມາ ຢູ່ທີ່ຫ້ອງປະຊຸມ ຂອງ ຄະນະໂຄສະນາອົບຮົມແຂວງ ໄດ້ມີພິທີປະເມີນຂໍ້ແຂ່ງຂັນ 4 ບຸກ ຮອບ II ຄັ້ງທີ່ 2 ປະຈໍາປີ 2022 ໂດຍການເປັນປະທານ ຂອງ ສະຫາຍ ສົມຈິດ ສິງລໍຄໍາ ຄະນະໜ່ວຍພັກ ຜູ້ກວດກາໜ່ວຍພັກ ມີຄະນະຮັບຜິດຊອບ, ສະມາຊິກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 94 |
![]() | ມື້ວານນີ້ | 175 |
![]() | ອາທິດນີ້ | 1433 |
![]() | ເດືອນນີ້ | 7257 |
![]() | ທັງໝົດ | 178760 |