ຄະນະຜູ້ແທນ ແຂວງຫຼວງພະບາງ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII

ຄະນະຜູ້ແທນ ແຂວງຫຼວງພະບາງ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII

ໃນວັນທີ 4 ມັງກອນ 2026 ນີ້ ທີ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດພິທີສົ່ງຄະນະບໍລິຫານງານພັກແຂວງຫຼວງພະບາງ, ນຳໂດຍ ສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານພັກແຂວງຫຼວງພະບາງ ພ້ອມດ້ວຍຄະນະຈຳນວນ 34 ສະຫາຍ ທີ່ເປັນຜູ້ແທນສົມບຸນ ທັງເປັນຕົວແທນສະມາຊິກ ຂອງແຂວງຫຼວງພະບາງ ອອກເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ທີ່ນະຄອນຫຼວງວຽງຈັນ ທີ່ຈະໄຂຂືຶ້ນໃນວັນທີ 6-8 ມັງກອນ 2026 ນີ້.

ກ່ອນອອກເດິນທາງ ສະຫາຍ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນໂອ້ລົມ ແລະເນັ້ນໜັກໃຫ້ຄະນະຜູ້ແທນແຂວງຫຼວງພະບາງ ໃຫ້ເອົາໃຈໃສ່ຊີ້ນຳພະນັກງານທຸກຂົງເຂດວຽກງານພາຍໃນແຂວງຫຼວງພະບາງ ໃຫ້ມີການເວນ ຍາມຕາມສຳນັກງານອົງການຂອງຕົນໃຫ້ມີຄວາມສະຫງົບ-ປອດໄພ, ພ້ອມທັງສ້າງຂະບວນການອານາໄມ, ຕິດປ້າຍຄຳຂວັນ ຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຕາມຄວາມເໝາະສົມ, ຜູ້ແທນທຸກສະຫາຍ ຕ້ອງປະຕິບັດກົດລະບຽບຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເປັນຕົ້ນແມ່ນການປະຕິບັດໂມງເວລາ, ການເຂົ້າ-ອອກທີ່ພັກ ທຸກຄັ້ງຕ້ອງໄດ້ແຈ້ງໃຫ້ຜູ້ຮັບຜິດຊອບຮັບຊາບ, ພ້ອມທັງຮັກສາສຸຂະພາບ ເພື່ອຄວາມກຽມພ້ອມໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ດ້ວຍສຳເລັດຕາມກຳນົດເວລາ.

ໃຫ້ກຽດສົ່ງຄະນະຜູ້ແທນຄັ້ງນີ້ ໂດຍແມ່ນ ສະຫາຍ ຄຳຫຼ້າ ລຽນປະດິດ, ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ ພ້ອມດ້ວຍພະນັກງານຫ້ອງວ່າການແຂວງຫຼວງພະບາງ ຢ່າງສົມກຽດ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa