ກອງປະຊຸມຄົບຄະນະບໍລີຫານງານພັກເມືອງໂພນທອງ ເປີດກວ້າງຄັ້ງທີ 7 ສະໄໝທີ III

ວັນທີ 17 ກໍລະກົດ 2026 ນີ້ ອົງການປົກຄອງເມືອງໂພນທອງໄດ້ຈັດກອງປະຊູມຄົບຄະນະບໍລີຫານງານພັກເມືອງໂພນທອງ ເປີດກວ້າງ ຄັ້ງທີ 7 ສະໄໝທີ່ III. ມີສະຫາຍ ປອ ບຸນຈັນ ປານຟອງເພັດ ກໍາມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ປອ ບຸນຈັນ ປານຟອງເພັດ ເລຂາຄະນະບໍລີຫານງານພັກເມືອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ, ສະຫາຍ ທອງດີ ດວງພະຈັນ ຮອງເລຂາພັກເມືອງ ໄດ້ຜ່ານບົລາຍງານການຈັດ ຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ເດືອນທ້າຍຢປີ 2026, ວ່າ: ຄະນະພັກ, ຄະນະນໍາໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຈັດ ຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວໃນຈັງຫວະລະດັບ 3,36%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 105,579.57 ຕື້ກີບ, ໃນນີ້; ຂະແໜງກະສີກໍາບັນລຸ 40,376.59 ລ້ານກີບ, ກວມເອົາ 37.52%, ຂະແໜງອຸດສະຫະກໍາ-ການຄ້າບັນລຸໄດ້ 39,690.42 ລ້ານກີບ, ກວມ 36.39%, ຂະແໜງບໍລິການ 25,512.56 ລ້ານກີບ, ກວມ 25.57%. ໄດ້ຮັບແຜນງົບປະມານຊໍາລະໂຄງການລົງທືນຂອງລັດ ແລະ ທຶນສະເໜີໃໝ່ປະຈໍາປີ 2026 ທັງໝົດ 11 ໂຄງການ, ມູນຄ່າ 3,171.88 ລ້ານກີບ, ທືນປົກກະຕິ 06 ໂຄງການມູນຄ່າ 2,286.88 ລ້ານກີບ ທືນບ້ວງຈັດສັນພູມລໍາເນົາ 1 ໂຄງການ ມູນຄ່າ 100 ລ້ານກີບ, ງົບບ້ວງຟື້ນຟູໄພ ພິບັດ 4 ໂຄງການ ມູນຄ່າ 785 ລ້ານກີບ, ໄດ້ຊໍາລະ 6 ໂຄງການ ມີມູນຄ່າ 1,686.88 ລ້ານກີບເທົ່າກັບ 53,18%


ໄດ້ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການ ເມືອງສຸ່ມໃສ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ, ສ້າງບ້ານປ້ອມໜັ້ນ-ກູ່ມບ້ານສູ້ຮົບຕິດລຽນ, ບ້ານປອດຢາເສບຕິດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານບ້ານໄດ້ຮັບການຝືກອົບຮົມຫັດແອບສິນລະປະຢຸດ-ຍຸດທະວິທີໃຫ້ນັກຮຽນຊັ້ນມໍປາຍໃນທົ່ວເມືອງ, ຂື້ນທະ ບຽນສໍາມະໂຄຄົວໃໜ່ໄດ້ 71 ຄອບຄົວ, ພົນລະເມືອງ 303 ຄົນ, ຍີງ 146 ຄົນ, ປ່ຽນປື້ມໃໜ່ໄດ້ 121 ຫົວ, ລົງປັບປຸງກອງຫຼອນ 40 ບ້ານ, ຈັດຕັ້ງຝຶກອົບຮົມການຮຽນ-ການສອນ ວິຊາປ້ອງກັນຕົວໃຫ້ແກ່ນັກຮຽນ 2 ໂຮງຮຽນ, ເປີດອົບຮົມການເມືອງ-ການທະຫານ ແລະ ພະລາທິການເຕັກນິກ ຂອງກົມກອງປະຈໍາປີ 2026 ໄດ້ 70% ລົງປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ບ້ານໃນນັ້ນປະເມີນຜ່ານ 2 ບ້ານ, ການພັດທະນາເສດຖະກິດ-ສັງຄົມມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 4.5%/ຕໍ່ປີ ໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກໍາຕາມທ່າ ແຮງບົ່ມຊ້ອນທີ່ມີ ໂດຍການວາງຍຸດທະສາດເລັ່ງໃສ່ການປູກ-ການລ້ຽງເປັນບັນຫາສໍາຄັນໃນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ, ນໍາໃຊ້ເຕັກນິກໃໜ່ເຂົ້າໃນການລ້ຽງໃຫ້ຫຼາຍຂື້ນ, ສົ່ງເສີມການຜະລິດຫັດຖະກໍາຕໍ່າຫູກ ແລະ ຈັກສານທີ່ເປັນມູນເຊືື້ອຂອງທ້ອງຖິ່ນໄດ້ຮັບການສົ່ງເສີມໃຫ້ກາຍເປັນສີນຄ້າສ້າງລາຍຮັບໃຫ້ກຸ່ມການຜະລິດ ຕາໜ່າງການຄ້າ ແລະ ການບໍລິການ ກໍໄດ້ຮັບການປັບປຸງດີຂື້ນຫຼາຍກວ່າເກົ່າ, ຄຸນນະພາບການສືກສາໄດ້ຮັບການປັບປຸງດີຂື້ນ, ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນຂົງເຂດການສຶກສາໄດ້ຮັບການແກ້ໄຂໂດຍພື້ນຖານ, ໄດ້ສະໜອງຂໍ້ມູນຂາວສານຜ່ານພາຫະນະສື່ມວນຊົນນັບມື້ນັບວ່ອງໄວຂື້ນ ແລະ ທັນສະ ໄໜ ບ້ານນໍາໃຊ້ລະບົບໂທລະໂຄງກວມ 2.5% ເຮັດໃຫ້ປະຊາຊົນໄດ້ເຂົ້າເຖີງ ແລະ ຮັບຮູ້ຂໍ້ມູນຂ່າວສານຫຼາຍຂື້ນ,ຮັບປະ ກັນໃຫ້ເມືອງໂພນທອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ, ມີຄວາມເປັນລະບຽບ ຮຽບ ຮ້ອຍຢ່າງໜັກແໜ້ນ, ຊຸກຍູ້-ສົ່ງເສີມວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບໃຫ້ເປັນຄວາມຮັບຜິດຊອບ ແລະ ເປັນໜ້າທີ່ຂອງທົ່ວປ່ວງຊົນຮອບດ້ານ. ໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດ-ຄຳເຫັນຕໍ່ບົລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ.

ໂອກາດນີ້ ສະຫາຍ ທອງດີ ດວງພະຈັນ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາຄຸ້ມຄອງພາຍໃນເມືອງຕື່ມອີກ.
ຂ່າວ: ສົມເພັດ ໄຊມີກອນ, ຄະນະໂຄສະນາອົບຮົມເມືອງໂພນທອງ.
ກວດແກ້: ຄະນະໂຄສະນາອົບຮົມແຂວງ