ພິທີເປີດຊຸດອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ I ປະຈຳປີ 2026

ພິທີເປີດຊຸດອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ I ປະຈຳປີ 2026

ໃນຕອນເຊົ້າ ວັນທີ 14 ມັງກອນ 2026 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ເປີດຊຸດອົບຮົມມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ I ປະຈຳປີ 2026, ພາຍໃຕ້ການເປັນປະທານຂອງສະຫາຍ ສົມຈິດ ສິງລໍຄຳ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຝຶກອົບຮົມ ແລະສຳມະນາກອນຈາກຂົງເຂດການສຶກສາເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ໃຊ້ເວລາ 2 ວັນເຕັມໃນລະຫວ່າງ ວັນທີ 14-15 ມັງກອນ 2026, ທັງໝົດ 14 ຊົ່ວໂມງ, ເນື້ອໃນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ມີ 13 ຄຳຖາມ-13 ຄໍາຕອບ.

ທັງໝົດນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ. ບົນພື້ນຖານຄວາມຮັບຮູ້, ເຂົ້າ ໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ເຂັ້ມແຂງ ຂື້ນເລື້ອຍໆ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa