ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 04/ຫສພ, ລົງວັນທີ 04 ມັງ ກອນ 2026, ວ່າດ້ວຍການກະກຽມເຂົ້າຮ່ວມຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ເວລາ 8:00 ໂມງ ຂອງວັນທີ 9 ມັງກອນ 2026 ນີ້, ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ, ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອຮັບຊົມການຖ່າຍທອດສົດ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈາກນະຄອນຫຼວງວຽງຈັນ.

ນຳພາໂດຍ ສະຫາຍ ຄຳຫຼ້າ ລຽນປະດິດ, ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະປະ ຈຳພັກແຂວງ, ກໍາມະການພັກແຂວງ, ອາດິດການນຳຂອງແຂວງ ແລະ ພະນັກງານ-ສະມາຊິພັກ ພາຍໃນແຂວງຫຼວງພະບາງ, ຜູ້ເຂົ້າຮ່ວມທັງໝົດ 526 ທ່ານ, 103 ທ່ານ.

ໃນພິທີດັ່ງກ່າວ ໄດ້ຮັບຊົມການຂັບຮ້ອງເພັງ ແລະ ບົດຟ້ອນຈາກກອງສີລະປະກອນແຫ່ງຊາດ ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ທີ່ໄດ້ດຳເນີນແຕ່ວັນທີ 6-8 ມັງກອນ 2026 ພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນຄັ້ງນີ້, ແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ກັບການເມືອງ ແລະ ການພັດທະນາປະເທດຊາດ ແລະ ຍັງໄດ້ພ້ອມກັນຮັບຮອງເອົາເອກະສານສຳຄັນລະດັບຊາດ ເຊັ່ນ: ໂຄງການການ ເມືອງ ສະບັບທີ III: ທີ່ວາງຈຸດໝາຍຍຸດທະສາດຍາວໄກຮອດປີ 2055 (ຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກ). ລາຍງານການເມືອງ: ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030): ເຊິ່ງກຳນົດ 6 ເປົ້າໝາຍໃຫຍ່ ເພື່ອຊຸກຍູ້ການຂະຫຍາຍຕົວຂອງປະເທດ ແລະ ກົດລະບຽບພັກ ສະບັບປັບປຸງ: ເພື່ອສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ກອງປະຊຸມໄດ້ເປັນເອກະສັນເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທັງໝົດ 73 ສະ ຫາຍ ແລະ ສຳຮອງ 15 ສະຫາຍ. ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ໄດ້ຕົກລົງເລືອກຕັ້ງບຸກຄະລາກອນຂັ້ນສູງ ປະກອບມີ: ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອີກສະໄໝໜຶ່ງ. ສະຫາຍ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ, ກົມການ ເມືອງສູນກາງພັກ 13 ສະຫາຍ, ຄະນະເລຂາທິການສູນກາງພັກ 11 ສະຫາຍ ແລະ ຄະນະກວດກາສູນກາງພັກ: ມີ 6 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາສູນກາງພັກ.

ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ເປັນຂີດໝາຍປະຫວັດສາດໃນການສືບຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ. ໃນພິທີດັ່ງກ່າວນີ້, ໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກ ຮົບ ແລະ ປະຊາຊົນລາວທຸກຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມທະວີຄວາມສາມັກຄີ, ເຊີດຊູນ້ຳໃຈຮັກຊາດ ແລະ ເປັນເຈົ້າການໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa