ມອບໂຮງຮຽນປະຖົມສົມບຸນຫຼັງໃໜ່ໃຫ້ແກ່ບ້ານ ໜອງຈອງ ເມືອງຈອມເພັດ ແຂວງຫຼວງພະບາງ

ໃນວັນທີ 24 ກຸມພາ 2026 ນີ້, ທ່ານ ນາງ ອາລຸນີ ກົມມະສິດ ຜູ້ຕາງໜ້າ ທີມງານ ຂອງໂຄງການຫ່ວງໄຍໄປເຖິງຄອບຄົວການນໍາຂັ້ນສູນກາງ, ໂຮງແຮມສຸພັດຕຣາ ແລະບໍລິສັດ PSL ໄດ້ລົງມາມອບໂຮງຮຽນປະຖົມສົມບຸນຫຼັງໃໜ່ໃຫ້ແກ່ບ້ານ ໜອງຈອງ ເມືອງຈອມເພັດ ແຂວງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບ ຂອງທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ເລຂາພັກເມືອງຈອມເພັດ, ພ້ອມດ້ວຍຄະນະນໍາ ຂອງເມືອງ, ພະນັກງານຫ້ອງການສືກສາທິການ ແລະ ກິລາເມືອງ, ມີບັນດາອົງການປົກຄອງບ້ານ, ຄູ-ອາຈານ ພ້ອມດ້ວຍປະຊາຊົນບັນດາເຜົ່າ ແລະ ນ້ອງນັກຮຽນຕ້ອນຮັບຢ່າງອົບອຸ່ນ.

ການກໍ່ສ້າງໂຮງຮຽນປະຖົມສົມບຸນຫຼັງໃໝ່ ແມ່ນໄດ້ເລີມສ້າງຂື້ນໃນວັນທີ 18 ເມສາ 2025 ແລະສໍາເລັດລົງໃນວັນທີ 19 ກັນຍາ 2025 ພ້ອມນັ້ນ, ຍັງໄດ້ສ້ອມແປງ ແລະປັບປຸງອາຄານຮຽນຫຼັງເກົ່າ ຈໍານວນ 05 ຫ້ອງຮຽນ, ຫ້ອງການຄູ 01 ຫ້ອງ, ສ່ວນອາຄານຮຽນຫຼັງໃໝ່ ມີຈໍານວນຫ້ອງຮຽນ 04 ຫ້ອງ, ຫ້ອງນໍ້າ 06 ຫ້ອງ, ພ້ອມທັງສ້າງຕູບນັ່ງຫຼີ້ນໃຫ້ຄູ ແລະ ນ້ອງນ້ອຍນັກຮຽນ, ເສົາຫຼັກທຸງ, ຫໍຂ່າວ, ຂັ້ນໄດ ແລະ ປູຫີນເດີນໂຮງຮຽນ, ພ້ອມທັງມອບເງີນພັດທະນາໂຮງຮຽນ ອີກຈໍານວນໜຶ່ງ, ລວມມູນຄ່າການກໍ່ສ້າງໂຮງຮຽນ ທັງໝົດ 2,869,000,000 ກີບ, (ສອງຕື້ແປດຮ້ອຍຫົກສິບເກົ້າລ້ານກີບ), ໃນໂອກາດນີ້ທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ເລຂາພັກເມືອງ, ໄດ້ຕາງໜ້າໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ນ້ອງນັກຮຽນພາຍໃນບ້ານໜອງຈອງ ເມືອງຈອມເພັດ, ສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ໂຄງການຫ່ວງໄຍໄປເຖິງຄອບຄົວການນໍາຂັ້ນສູນກາງ, ໂຮງແຮມສຸພັດຕຣາ ແລະ ບໍລິສັດ PSL ທີ່ໄດ້ລົງມາມອບໂຮງຮຽນ, ໃນຄັ້ງນີ້.


ພ່າວ-ຂ່າວ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ