ປະທານສະພາປະຊາຊົນ ແຂວງ ຫລວງພະບາງ ລົງພົບປະຜູ້ມີສິດເລືອກຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມ ແລະ ຮັບຟັງຄໍາສະເໜີຈາກ ປະຊາຊົນ

ປະທານສະພາປະຊາຊົນ ແຂວງ ຫລວງພະບາງ ລົງພົບປະຜູ້ມີສິດເລືອກຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມ ແລະ ຮັບຟັງຄໍາສະເໜີຈາກ ປະຊາຊົນ

ໃນວັນທີ 15 ມິຖຸນາ 2026, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງພະບາງ, ນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ປະທານສະພາປະຊາຊົນ ແຂວງ ຫຼວງພະບາງ ຊຸດທີ V ພ້ອມຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຫຼວງພະບາງ ຊຸດທີ V ທີ່ ສໍານັກງານເມືອງ ຊຽງເງິນ.

ໂອກາດນີ້ ທ່ານ ສຸກດາວັນ ພັນຈັກຂັນ ກໍາມະການພັກແຂວງ ເລຂາບໍລິຫານງານພັກ ຫົວໜ້າຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຊຽງເງິນ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026 ຂອງເມືອງ ຊຽງເງິນ ,ຄະນະບໍລິຫານງານພັກເມືອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ຍົກສູງຄວາມສາມາດ ນໍາພາຂອງອົງຄະນະພັກ,ພັດທະນາກະສິກໍາ ຕິດພັນກັບການທ່ອງທ່ຽວ ບືນຕົວຂຶ້ນກຸ້ມຕົນເອງ ທາງດ້ານງົບປະມານ ສູ້ຊົນກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ,,ທົ່ວເມືອງ ມີ ບ້ານ ທັງໜົດ 49 ບ້ານ ພົນລະເມືອງ 34.323 ຄົນ,ຍິງ 16,854 ຄົນ,ແລະ ມີແຜນກໍານົດ ສ້າງຕັ້ງ 4 ຕາແສງ , ພ້ອມນັ້ນ ທ່ານໄດ້ມີຄໍາສະເໜີ ໃຫ້ການນຳແຂວງ ຊ່ວຍຊຸກ ຍູ້ບັນຫາໃຫ້ຂັ້ນເທິງຊ່ວຍພັກດັນໃຫ້ຜູ້ປະກອບການທີ່ເຂົ້າມາລົງທືນຢູ່ພາຍໃນເມືອງ ກ່ຽວກັບການກໍ່ສ້າງ ພື້ນຖານໂຄງລ່າງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເປັນຕົ້ນ: ໂຄງການປັບປຸງ ແລະ ກໍ່ສ້າງເສັ້ນທາງເລກທີ 13 ເໜືອ ໄລຍະທາງແຕ່ 3 ແຍກບ້ານກົກງິ້ວ ຫາ 3 ແຍກ ບ້ານປາກແວດ-ສາມັກຄີໄຊ); ໂຄງການກໍ່ສ້າງ ແລະ ປັບປຸງເສັ້ນ ທາງ ແຕ່ ບ້ານຊຽງເງິນ ເຂົ້າຫາບ້ານດອນໂມ (ທີ່ຜ່ານມາແມ່ນ ໄດ້ຮັບການປະມູນສໍາເລັດແລ້ວ ແຕ່ຍັງບໍ່ທັນໄດ້ຮັບການຈັດຕັ້ງ ປະຕິບັດ); ໂຄງການກໍ່ສ້າງຕາຄ່າຍໄຟຟ້າ 22 KV ແລະ ຕິດຕັ້ງໝໍ້ແປງ ເຂົ້າບ້ານຫ້ວຍຝາຍ(ແກ່ຍາວມາເປັນເວລາ 2 ປີກວ່າແລ້ວ) ແລະ ສະເໜີ ຂັ້ນ ເທິງຊ່ວຍປະສານກັບ ພາກສ່ວນກ່ຽວຂ້ອງລົງຕິດຕັ້ງເສົາສັນຍານໂທ ລະສັບໃຫ້ກັບ ບັນດາບ້ານທີ່ຍັງບໍ່ທັນມີສັນຍາ ຈໍານວນ 9 ບ້ານ.

ການໃນເຄື່ອນໄຫວຄັ້ງນີ້,ບັນດາພະແນກການຂອງແຂວງ ໄດ້ພັດປ່ຽນກັນຂຶ້ນມີຄໍາເຫັນ,ອະທິບາຍ,ຊີ້ແຈ້ງ ,ເຜີຍແຜ່ ຂໍ້ຫ້າມຂອງແຈ້ງການ ຕໍ່ກັບວຽກງານວິຊາສະເພາະຂອງແຕ່ລະພະແນກການ ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈ.

ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວຂອບໃຈທີ່ຜູ້ມີສິດເລືອກຕັ້ງ ເລືອກເອົາສະມາຊິກຊຸດນີ້ເປັນຕົວແທນຂອງຕົນເຂົ້າໃນວຽກງານສະພາ ທີ່ເປັນຕົວແທນປົກປ້ອງສິດ ແລະ ເຜີຍແຜ່ເນື້ອໃນ ຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາ ຊົນແຂວງ ຊຸດທີ V ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ມີຄໍາຄິດເຫັນ, ຄໍາສະເໜີ ຕໍ່ກັບບັນຫາປະກົດການຫຍໍ້ທໍ້, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ເພື່ອນໍາສະເໜີຕໍ່ຂັ້ນເທິງ ແລະ ປະສານສົມ ທົບກັບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ, ແກ້ໄຂຕາມຄວາມເໝາະສົມ ແລະ ຖືກຕ້ອງຕາມລະບຽບການ, ທັງໄດ້ອະທິບາຍ-ຊີ້ແຈງ ບາງຄຳເຫັນ ໃຫ້ປະຊາຊົນ ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ, ລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງ, ເພື່ອໃຫ້ປະຊາຊົນ ພ້ອມກັນສືບຕໍ່ປະກອບສ່ວນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງຫຼວງພະບາງ ໃຫ້ນັບມື້ດີຂື້ນໃນຕໍ່ໜ້າ.

ບັນຍາກາດ ພົບປະຄັ້ງນີ້ ຜູ້ເຂົ້າຮ່ວມໃນພິທີ ຍັງໄດ້ສະເໜີຫຼາຍບັນຫາ ເຖິງບັນດາທ່ານ ສສຊ, ສສຂ ຫຼວງພະບາງ ເພື່ອຮັບຟັງຄໍາສະເໜີຈາກພໍ່ແມ່ປະຊາຊົນ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອນໍາສະເໜີ ຕໍ່ພາກສ່ວນທີ່ກ່ຽວຂ້ອງຊ່ວຍແກ້ໄຂ.

ທ້າຍພິທີ ທ່ານ ບຸນເລື່ອມ ມະນີວົງ ໄດ້ຕ່າງໜ້າໃຫ້ກັບ ສະພາປະຊາຊົນ ແລະ ການນໍາຂັ້ນແຂວງ ມອບເງິນ ຊຸກຍູ້ ຈໍານວນ 50 ລ້ານກີບ,ພ້ອມດ້ວຍຄອມພິວເຕີ ຈໍານວນ 2 ຊຸດໃຫ້ກັບສະພາປະຊາຊົນປະຈໍາເມືອງ ຊຽງເງິນ ນໍາໃຊ້ເຂົ້າໃນວຽກງານຮອບດ້ານຂອງສະພາເມືອງ. ແລະ ມອບເງິນສົດ ອີກ 15 ລ້ານ ໃຫ້ກັບ 3 ບ້ານທີ່ເຂົ້າຮ່ວມ ຕື່ມອີກ.

ຂ່າວ-ພາບ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa