ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V

ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ

ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V

ວັນທີ 10 ມິຖຸນາ 2026 ທີ່ຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V ປະຈຳປີ 2026 ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມ ແລະເປີດຊຸດຝຶກອົບຮົມດັ່ງກ່າວໂດຍສະຫາຍ ທອງຈັນ ລັດຕະນະປະດິດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຂະແໜງການທີ່ກ່ຽວຂ້ອງພາຍໃນຄະນະໂຄສະນາແຂວງ ພ້ອມດ້ວຍວິທະນາກອນ ແລະສໍາມະນາກອນຈາກຄະນະພັກຮາຖານ ວິທະ ຍາໄລຄູຫຼວງພະບາງ 2 ສະຫາຍ, ສະຖາບັນຍຸຕິທໍາ 5 ສະຫາຍ, ພະແນກສາທາລະນະສຸກແຂວງ 3 ສະຫາຍ ແລະ ທະນາຄານ ແຫ່ງປະເທດລາວ ສາຂາແຂວງຫຼວງພະບາງ 4 ສະຫາຍ, ລວມທັງໝົດ 14 ສະຫາຍ, ຍິງ 3 ສະຫາຍ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ໄດ້ຈັດຂຶ້ນໂດຍອີງຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດຮຽນເອກະສານສະບັບປັບປຸງ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ການຝຶກອົບຮົມຄັ້ງນີ້ ເພື່ອສ້າງພື້ນຖານຄວາມຮູ້ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ໂດຍໄດ້ກຳນົດເນື້ອໃນຫຼັກ 13 ຫົວຂໍ້ (13 ຄໍາຖາມ-13 ຄໍາຕອບ) ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງຂອງພັກ. ປະກອບມີ: ປະຫວັດຄວາມເປັນມາຂອງພັກ ປະຊາຊົນປະຕິວັດລາວ, ກົດລະບຽບຂອງພັກ, ແນວທາງປ່ຽນແປງໃໝ່ຂອງພັກໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,  ແນວທາງເສດຖະກິດ, ແນວທາງວັດທະນະທຳ-ສັງຄົມ ຄຸນທາດການເມືອງ, ຈັນຍາບັນ ແລະ ແບບແຜນການດຳລົງຊີວິດຂອງສະມາ ຊິກພັກ, ພ້ອມທັງບົດຮຽນພື້ນຖານຂອງພັກທີ່ໄດ້ຮັບຈາກການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດ ແລະ ອື່ນໆ. ໄລຍະເວລາການຝຶກອົບຮົມແມ່ນ 2 ວັນ, ລວມທັງໝົດ 14 ຊົ່ວໂມງ.

ໂອກາດດັ່ງກ່າວນີ້ ສະຫາຍ ທອງຈັນ ລັດຕະນະປະດິດ ກໍໄດ້ມີຄໍາເຫັນ ໂອ້ລົມ ແລະເປີດຊຸດອົບຮົມຢ່າງເປັນທາງການ, ເຊິ່ງບາງຕອນທ່ານ ກໍໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກສະຫາຍ ເພີ່ມທະວີຄວາມຮັບຜິດຊອບ ແລະ ເຂັ້ມງວດຕໍ່ລະບຽບວິໄນຢ່າງເຄັ່ງຄັດ, ເປັນຕົ້ນແມ່ນ: ການເຂົ້າຮ່ວມໃຫ້ທັນຕາມກຳນົດເວລາ. ຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນຫ້ອງຝຶກອົບຮົມ. ການນຸ່ງຖືທີ່ສຸພາບຮຽບຮ້ອຍຕາມແບບແຜນທີ່ກຳນົດໄວ້. ເພື່ອຮັບປະກັນໃຫ້ການຂະຫຍາຍພັກໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa